ວັນທີ 5 ສິງຫານີ້, ສະຫະພັນການຈໍລະຈອນສິນຄ້າ ແລະ ການຈັດຊື້ຂອງຈີນແຈ້ງໃຫ້ຮູ້ວ່າ: ທົ່ວປະເທດຈີນໄດ້ເປີດເສັ້ນທາງການບິນຂົນສົ່ງສິນຄ້າສາກົນໃໝ່ 20 ສາຍໃນເດືອນກໍລະກົດຜ່ານມານີ້.
ນັບແຕ່ຕົ້ນປີນີ້ຮອດວັນທີ 31 ກໍລະກົດແລ້ວນີ້, ທົ່ວປະເທດຈີນໄດ້ເປີດເສັ້ນທາງການບິນຂົນສົ່ງສິນຄ້າສາກົນທັງໝົດ 137 ສາຍ, ຖ້ຽວບິນໄປກັບເພີ່ມຂຶ້ນຫຼາຍກວ່າ 274 ຖ້ຽວໃນແຕ່ລະອາທິດມີ. ເສັ້ນທາງການບິນດັ່ງກ່າວຕົ້ນຕໍແມ່ນເສັ້ນທາງການບິນໃນອາຊີ 65 ສາຍ ແລະ ເອີຣົບ 52 ສາຍ. ສິນຄ້າທີ່ຂົນສົ່ງຕົ້ນຕໍແມ່ນການຄ້າເອເລັກໂຕຣນິກຂ້າມຊາດ, ສິນຄ້າອຸດສາຫະກຳການຜະລິດເຕັກໂນໂລຊີລະດັບສູງ, ຜະລິດຕະພັນເອເລັກໂຕຣນິກ ແລະ ອາໄຫຼ່ລົດຍົນ.