ຈີນ ແລະ ລາວ​ຈັດ​ກອງ​ປະ​ຊຸມ​ເຈ​ລະ​ຈາ​ສັນ​ຍາ​ວ່າ​ດ້ວຍ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານກວດ​ກາ “ປະ​ຕູ​ດຽວ, ຄັ້ງ​ດຽວ” ຕາມ​ເສັ້ນ​ທາງ​ລົດ​ໄຟ​ລາວ-ຈີນ

CRI, August 4, 2025
Size:

ລະຫວ່າງວັນທີ 31 ກໍລະກົດຫາ ວັນທີ 1 ສິງຫາປີ 2025 ຢູ່ນະຄອນຫຼວງວຽງຈັນ, ຈີນ ແລະ ລາວໄດ້ຈັດກອງປະຊຸມເຈລະຈາສັນຍາວ່າດ້ວຍການຈັດຕັ້ງປະຕິບັດວຽກງານກວດກາ “ປະຕູດຽວ, ຄັ້ງດຽວ” ຢູ່ດ່ານສະຖານີລົດໄຟສາກົນ ລາວ-ຈີນ (ບໍ່ເຕ່ນ-ບໍ່ຫານ) ລະຫວ່າງລັດຖະບານແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສປ ຈີນ. ທ່ານຈ້າວລີ້ຈ່ຽນ ຮອງຫົວໜ້າກົມວຽກງານຊາຍແດນ ແລະ ທາງທະເລກະຊວງການຕ່າງປະເທດຈີນ ແລະ ທ່ານອະນຸສິນ ຫົວໜ້າຫ້ອງການຄະນະກຳມະການຊາຍແດນແຫ່ງຊາດກະຊວງການຕ່າງປະເທດລາວໄດ້ເປັນປະທານກອງປະຊຸມ. ພາກສ່ວນການຕ່າງປະເທດ, ການປ້ອງກັນຄວາມສະຫງົບ, ດ່ານພາສີ, ກົມຄຸ້ມຄອງຄົນເຂົ້າ-ອອກເມືອງ ແລະ ທາງລົດໄຟຂອງສອງປະເທດໄດ້ເຂົ້າຮ່ວມກອງປະຊຸມ. 

ບົນຈິດໃຈຮ່ວມມືທີ່ຈິງອົກຈິງໃຈ, ມີໄມຕີຈິດມິດຕະພາບ ແລະ ຕິດແທດຕົວຈິງ, ສອງຝ່າຍໄດ້ລົງເລິກແລກປ່ຽນຄວາມເຫັນຢ່າງເຕັມທີ່ກ່ຽວກັບສັນຍາລະຫວ່າງລັດຖະບານ ວ່າດ້ວຍການຈັດຕັ້ງປະຕິບັດວຽກງານກວດກາ “ປະຕູດຽວ, ຄັ້ງດຽວ” ຕາມເສັ້ນທາງລົດໄຟລາວ-ຈີນ ແລະ ໄດ້ກ້າວເຖິງຂັ້ນມີຄວາມເຫັນທີ່ເປັນເອກະພາບກັນໂດຍພື້ນຖານ. ສອງຝ່າຍເຫັນດີຖືເອົາຄວາມເຫັນທີ່ເປັນເອກະພາບກັນທີ່ສຳຄັນລະຫວ່າງຜູ້ນຳສອງປະເທດເປັນທິດຊີ້ນຳ, ຕັ້ງໜ້າຊຸກຍູ້ການເຊັນສັນຍາໂດຍໄວ ເພື່ອຊຸກຍູ້ການຍົກສູງຄຸນນະພາບ ແລະ ເພີ່ມປະສິດທິພາບຂອງເສັ້ນທາງລົດໄຟລາວ-ຈີນໃຫ້ສູງຂຶ້ນຕື່ມອີກ, ຊຸກຍູ້ການໄປມາຫາສູ່ດ້ານການຄ້າ ແລະ ປະຊາຊົນລະຫວ່າງສອງປະເທດ ແລະ ຊ່ວຍຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳລາວ-ຈີນຕື່ມອີກ.