ອີງຕາມຕົວເລກຂໍ້ມູນຫຼ້າສຸດທີ່ອົງການສ່ວຍສາອາກອນແຫ່ງຊາດຈີນເປີດເຜີຍໃຫ້ຮູ້ວ່າ: 6 ເດືອນຕົ້ນປີນີ້, ລາຍຮັບຈາກການຈໍາໜ່າຍຂອງວິສາຫະກິດໃນທົ່ວປະເທດຈີນໄດ້ຮັກສາຈັງຫວະການເຕີບໂຕຢ່າງໝັ້ນທ່ຽງ, ຂະນະທີ່ການພັດທະນາອຸດສາຫະກໍາການຜະລິດຂອງຈີນໄດ້ຮັບການຍົກລະດັບໃຫ້ມີຄຸນນະພາບສູງຂຶ້ນບົນພື້ນຖານຄວາມໝັ້ນທ່ຽງ.
6 ເດືອນຕົ້ນປີນີ້, ຈັງຫວະການເຕີບໂຕຂອງລາຍຮັບຈາກການຈໍາໜ່າຍຂອງອຸດສາຫະກໍາການຜະລິດເພີ່ມຂຶ້ນ 1,5% ເມື່ອທຽບໃສ່ຈັງຫວະການເຕີບໂຕລວມຂອງວິສາຫະກິດໃນທົ່ວປະເທດ, ກາຍເປັນສິ່ງຄໍ້າປະກັນທີ່ສໍາຄັນໃນການຮັກສາການເຕີບໂຕຂອງເສດຖະກິດຢ່າງໝັ້ນທ່ຽງ. ພ້ອມດຽວກັນນີ້, ລາຍຮັບຈາກການຈໍາໜ່າຍຂອງອຸດສາຫະກໍາເຕັກໂນໂລຊີສູງເພີ່ມຂຶ້ນ 14,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024, ໄດ້ຮັກສາຈັງຫວະການເຕີບໂຕຢ່າງວ່ອງໄວ. ຍອດມູນຄ່າການຈັດຊື້ອຸປະກອນກົນຈັກຂອງວິສາຫະກິດໃນທົ່ວປະເທດເພີ່ມຂຶ້ນ 11,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024 ໂດຍໄດ້ຮັກສາທ່າອ່ຽງການເຕີບໂຕຢ່າງວ່ອງໄວນັບແຕ່ປີ 2024 ເປັນຕົ້ນມາ. ນອກນີ້, ຍອດມູນຄ່າການຈໍາໜ່າຍລະຫວ່າງແຂວງຕ່າງໆຂອງຈີນກວມເອົາ 40,7% ຂອງຍອດມູນຄ່າການຈໍາໜ່າຍຂອງວິສາຫະກິດໃນທົ່ວປະເທດ ເພີ່ມຂຶ້ນ 0,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024.