ວັນທີ 1 ສິງຫານີ້ຢູ່ນະຄອນຫຼວງເນປີດໍຂອງມຽນມາ, ລັດຖະບານຊຸດໃໝ່ຂອງສະຫະພາບມຽນມາໄດ້ຈັດກອງປະຊຸມຄັ້ງປະຖົມມະລືກ, ທ່ານ ອູຢໍຊໍ ນາຍົກລັດຖະມົນຕີມຽນມາຄົນໃໝ່, ບັນດາລັດຖະມົນຕີ, ຮອງລັດຖະມົນຕີພ້ອມດ້ວຍເຈົ້າໜ້າທີ່ຕ່າງໆໄດ້ເຂົ້າຮ່ວມກອງປະຊຸມຄັ້ງນີ້.
ທ່ານ ອູຢໍຊໍ ໄດ້ເປັນປະທານກອງປະຊຸມ ແລະ ກ່າວຄໍາປາໄສວ່າ: ລັດຖະບານຕ້ອງປະຕິບັດ ແລະ ປົກປັກຮັກສາບໍ່ໃຫ້ສະຫະພາບມຽນມາລົ້ມສະຫຼາຍ, ປົກປັກຮັກສາຄວາມສາມັກຄີລະຫວ່າງຊົນເຜົ່າກໍຄືຄວາມໝັ້ນຄົງດ້ານອະທິປະໄຕຢ່າງເປັນບຸລິມະສິດ, ຕ້ອງປະຕິບັດຕາມ ແລະ ຈັດຕັ້ງປະຕິບັດເປົ້າໝາຍ 4 ປະການທີ່ວາງອອກໂດຍຄະນະກໍາມະການປ້ອງກັນປະເທດ ແລະ ຄວາມໝັ້ນຄົງມຽນມາ; ຮຽກຮ້ອງໃຫ້ປະຊາຊົນຈົ່ງແກ້ໄຂຄວາມຂັດແຍ້ງກັນ, ພະຍາຍາມຢູ່ຮ່ວມກັນໂດຍສັນຕິບົນເສັ້ນທາງປະຊາທິປະໄຕທີ່ມີຫຼາຍພັກການເມືອງ. ການເລືອກຕັ້ງເປັນຂໍກຸນແຈໃນການກ້າວເຂົ້າສູ່ເສັ້ນທາງປະຊາທິປະໄຕທີ່ມີຫຼາຍພັກການເມືອງ, ທັງເປັນຄວາມມຸ່ງມາດປາດຖະໜາຂອງປະຊາຊົນ, ດັ່ງນັ້ນ, ຜູ້ນໍາປະເທດໄດ້ແຈ້ງເຖິງປະຊາຊົນວ່າ: ການເລືອກຕັ້ງທົ່ວໄປຈະຈັດຂຶ້ນໃນເດືອນທັນວາຂອງປີນີ້.
ວັນທີ 31 ກໍລະກົດແລ້ວນີ້, ຄະນະກໍາມະການປ້ອງກັນປະເທດ ແລະ ຄວາມໝັ້ນຄົງມຽນມາໄດ້ຈັດກອງປະຊຸມຢູ່ນະຄອນຫຼວງເນປີດໍຂອງມຽນມາ ໂດຍກໍານົດໃຫ້ຍົກເລີກພາວະສຸກເສີນໃນທົ່ວປະເທດນັບແຕ່ວັນທີ 1 ສິງຫານີ້ເປັນຕົ້ນໄປ ແລະ ຈະບໍ່ຂະຫຍາຍເວລາອີກຕໍ່ໄປ.