ເນື່ອງໃນໂອກາດ ວັນສ້າງຕັ້ງກອງທັບປົດປ່ອຍປະຊາຊົນຈີນ ວັນທີ 1 ສິງຫາ ຄົບຮອບ 98 ປີ, ທ່ານ ພົນໂທ ຄຳລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໄດ້ສົ່ງສານຊົມເຊີຍເຖິງ ທ່ານ ພົນເອກ ຕົງຈຸ່ນ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປ ຈີນ, ເນື້ອໃນສານລະບຸວ່າ:
ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປົດປ່ອຍປະຊາຊົນຈີນ ໄດ້ໝູນວຽນມາບັນຈົບຄົບຮອບ 98 ປີ ( 01 ສິງຫາ 1927 – 01 ສິງຫາ 2025). ຕາງໜ້າໃຫ້ພະນັກງານ, ນັກຮົບໃນທົ່ວກອງທັບປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄວາມຢ້ຽມຢາມຖາມຂ່າວ, ຄວາມຂ່ຳນັບ ແລະ ຄຳອວຍພອນໄຊອັນປະເສີດມາຍັງສະຫາຍ ແລະ ຂໍອະນຸຍາດຜ່ານສະຫາຍໄປຍັງພະນັກງານ, ນັກຮົບໃນທົ່ວກອງທັບປົດປ່ອຍປະຊາຊົນຈີນອ້າຍນ້ອງຢ່າງສຸດອົກສຸດໃຈ.
ຂ້າພະເຈົ້າ ສຸດທີ່ມີຄວາມເອກອ້າງທະນົງໃຈ ແລະ ພາກພູມໃຈເປັນຢ່າງຍິ່ງຕໍ່ກັບຜົນງານ ແລະ ໄຊຊະນະອັນຍິ່ງໃຫຍ່ທີ່ກອງທັບປົດປ່ອຍປະຊາຊົນຈີນ ອ້າຍນ້ອງຍາດມາໄດ້ໃນໄລຍະ 98 ປີຜ່ານມາ ເຊິ່ງເຮັດໃຫ້ກອງທັບປົດປ່ອຍປະຊາຊົນຈີນມີຄວາມເຕີບໃຫຍ່ເຂັ້ມແຂງ, ທັນສະໄໝ ແລະ ໄດ້ກ້າວໄປຢູ່ໃນລະດັບແຖວໜ້າຂອງໂລກ. ຈາກຜົນງານ ແລະ ໄຊຊະນະດັ່ງກ່າວ ເຮັດໃຫ້ພວກຂ້າພະເຈົ້າເຊື່ອໝັ້ນວ່າ ສປ ຈີນ ຈະເປັນກຳລັງແຮງ ແລະ ເປັນເສົາຄ້ຳອັນແໜ້ນແກ່ນໃຫ້ແກ່ລະບອບສັງຄົມນິຍົມໃນປະຈຸບັນ ກໍ່ຄືອະນາຄົດ.
ໃນໂອກາດອັນສະຫງ່າລາສີນີ້, ຂໍອວຍພອນໃຫ້ການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຈີນ ຈົ່ງໝັ້ນຄົງທະນົງແກ່ນຕະຫຼອດກາລະນານ ແລະ ອວຍພອນຄູ່ຮ່ວມຊາຕາກຳລາວ-ຈີນ ຈົ່ງແຕກດອກອອກຜົນ ແລະ ມີບາດກ້າວໃໝ່ຂຶ້ນໄປເລື້ອຍໆ.
ຂໍອວຍພອນໃຫ້ສະຫາຍຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກໃນຊີວິດຄອບຄົວ ແລະ ປະສົບຜົນສຳເລັດອັນໃຫຍ່ຫຼວງໃນການປະຕິບັດໜ້າທີ່ຢ່າງມີກຽດສະຫງ່າທຸກປະການຂອງສະຫາຍ.