ສູນກາງພັກຄອມມູນິດຈີນໄຂກອງປະຊຸມສົນທະນາກ່ຽວກັບສະພາບເສດຖະກິດໃນສະເພາະໜ້າ ແລະ ວຽກງານເສດຖະກິດໃນ 6 ເດືອນທ້າຍປີນີ້ ທ່ານສີຈິ້ນຜິງໃຫ້ຄຳເຫັນທີ່ສຳຄັນ

CRI, July 31, 2025
Size:

ວັນທີ 23 ກໍລະກົດນີ້, ສູນກາງພັກຄອມມູນິດຈີນໄດ້ໄຂກອງປະຊຸມສົນທະນາທີ່ມີບຸກຄົນບໍ່ແມ່ນສະມາຊິກພັກຄອມມູນິດຈີນເຂົ້າຮ່ວມ ເພື່ອຮັບຟັງຂໍ້ຄິດເຫັນ ແລະ ຂໍ້ສະເໜີແນະຈາກຜູ້ນຳຄະນະກຳມະການສູນກາງພັກປະຊາທິປະໄຕຕ່າງໆ, ຜູ້ຮັບຜິດຊອບສະຫະພັນອຸດສາຫະກຳການຄ້າທົ່ວປະເທດ ແລະ ຜູ້ແທນຈາກບຸກຄົນທີ່ບໍ່ສັງກັດພັກຝ່າຍໃດ ກ່ຽວກັບສະພາບເສດຖະກິດໃນສະເພາະໜ້າ ແລະ ວຽກງານເສດຖະກິດໃນ 6 ເດືອນທ້າຍປີນີ້. ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ ໄດ້ເປັນປະທານກອງປະຊຸມ ແລະ ໃຫ້ຄຳເຫັນສຳຄັນ ໂດຍກ່າວເນັ້ນໜັກວ່າ: ການເຮັດວຽກງານເສດຖະກິດໃນ 6 ເດືອນທ້າຍປີນີ້ໃຫ້ດີ ຕ້ອງຍຶດໝັ້ນທິດທາງພື້ນຖານທີ່ກ້າວເດີນໄປໜ້າໃນທ່າມກາງສະພາບຄວາມໝັ້ນທ່ຽງ, ຜັນຂະຫຍາຍແນວຄວາມຄິດການພັດທະນາໃໝ່ຢ່າງສົມບູນ, ຖືກຕ້ອງ ແລະ ຮອບດ້ານ, ເລັ່ງສ້າງສະພາບການພັດທະນາໃໝ່, ຮັກສາຄວາມຕໍ່ເນື່ອງ ແລະ ຄວາມໝັ້ນທ່ຽງທາງດ້ານນະໂຍບາຍ, ເພີ່ມທະວີຄວາມຄ່ອງຕົວ ແລະ ຄວາມສາມາດຄາດຄະເນໄດ້, ສຸມໃສ່ຮັກສາຄວາມໝັ້ນທ່ຽງດ້ານການສ້າງວຽກເຮັດງານທຳ, ການເຄື່ອນໄຫວຂອງວິສາຫະກິດ, ການເຄື່ອນໄຫວຂອງຕະຫຼາດ ແລະ ຄວາມສາມາດຄາດຄະເນໄດ້, ສຸມກຳລັງກະຕຸ້ນການໃຊ້ຈ່າຍ, ທຳລາຍການແຂ່ງຂັນແບບອະຄະຕິ, ເຮັດໃຫ້ການໝູນວຽນພາຍໃນປະເທດ ລຸໂລ່ງໄປດ້ວຍດີ, ຊຸກຍູ້ການໝູນວຽນພາຍໃນ ແລະ ສາກົນ, ພະຍາຍາມເຮັດສຳເລັດພາລະກິດ ແລະ ເປົ້າໝາຍການພັດທະນາເສດຖະກິດ-ສັງຄົມໃນໝົດປີ ແລະ ເຮັດໃຫ້ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 14 ໄດ້ຮັບຜົນສຳເລັດຢ່າງຈົບງາມ.