ການພົບປະບໍ່ເປັນທາງການລະຫວ່າງຈີນ-ກຳປູເຈຍ-ໄທຈັດຂຶ້ນຢູ່ນະຄອນຊຽງໄຮ້

CRI, July 31, 2025
Size:

ວັນທີ 30 ກໍລະກົດນີ້, ການພົບປະບໍ່ເປັນທາງການລະຫວ່າງຈີນ-ກຳປູເຈຍ-ໄທໄດ້ຈັດຂຶ້ນຢູ່ນະຄອນຊຽງໄຮ້ຂອງຈີນ. ທ່ານຊຸ່ນເວີ້ຍຕົ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຈີນ ພ້ອມດ້ວຍຜູ້ຕາງໜ້າຈາກກຳປູເຈຍ ແລະ ໄທ ໄດ້ເຂົ້າຮ່ວມການພົບປະດັ່ງກ່າວ.

ຜູ້ຕາງໜ້າຈາກກຳປູເຈຍ ແລະ ໄທໄດ້ຢືນຢັນອີກເທື່ອໜຶ່ງວ່າ ຈະປະຕິບັດຕາມຄວາມຮັບຮູ້ທີ່ເປັນເອກະພາບກັນກ່ຽວກັບການຢຸດຍິງ, ສະແດງຄວາມຊົມເຊີຍຕໍ່ຈີນທີ່ໄດ້ເສີມຂະຫຍາຍບົດບາດຢ່າງຕັ້ງໜ້າເພື່ອຜ່ອນຄາຍສະຖານະການທີ່ເຄັ່ງຕຶງ. ການພົບປະດັ່ງກ່າວຈັດຂຶ້ນດ້ວຍບັນຍາກາດທີ່ກົງໄປກົງມາ, ມີໄມຕີຈິດມິດຕະພາບ ແລະ ກົມກຽວກັນ.

ຈີນຈະສືບຕໍ່ເສີມຂະຫຍາຍບົດບາດທີ່ມີລັກສະນະສ້າງສັນເພື່ອສະໜັບສະໜູນກຳປູເຈຍ ແລະ ໄທແກ້ໄຂຂໍ້ຂັດແຍ້ງດ້ານຊາຍແດນດ້ວຍສັນຕິວິທີ. ການພົບປະສາມຝ່າຍຄັ້ງນີ້ເປັນຄວາມພະຍາຍາມຄັ້ງໃໝ່ຂອງຈີນໃນດ້ານວຽກງານການຕ່າງປະເທດ.