ຊາວ​ໜຸ່ມ​ຈີນ​ແລະ​ຕ່າງ​ປະ​ເທດ 3.000 ກວ່າ​ຄົນ​ເຕົ້າ​ໂຮມ​​ຄວາມ​ເຫັນ​ດີ​ຮ່ວມ​ກັນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ ເພື່ອສະ​ໜັບ​ສະ​ໜູນ​ສັນ​ຕິ​ພາບ​ ແລະ ການ​ພັດ​ທະ​ນາ​ຂອງ​ໂລກ

CRI, July 30, 2025
Size:

ກອງປະຊຸມຊາວໜຸ່ມໂລກເພື່ອສັນຕິພາບ ໄດ້ຈັດຂຶ້ນຢູ່ມະຫາວິທະຍາໄລປັກກິ່ງຂອງຈີນໃນວັນທີ 29 ກໍລະກົດນີ້. ກອງປະຊຸມໄດ້ເຜີຍແຜ່ “ຂໍ້ລິເລີ່ມສັນຕິພາບຊາວໜຸ່ມໂລກ” ໂດຍໄດ້ຮຽກຮ້ອງໃຫ້ຊາວໜຸ່ມທົ່ວໂລກເພີ່ມທະວີຄວາມສາມັກຄີກັນ, ປົກປັກຮັກສາສັນຕິພາບຮ່ວມກັນ, ຊຸກຍູ້າກນພັດທະນາຮ່ວມກັນ ແລະ ສ້າງອະນາຄົດຮ່ວມກັນ.

ປີນີ້ແມ່ນປີລະນຶກສົງຄາມປະຊາຊົນຈີນຕໍ່ຕ້ານການຮຸກຮານຂອງຍີ່ປຸ່ນ ກໍຄື ສົງຄາມຕ້ານຟາດຊິດໂລກໄດ້ຮັບໄຊຊະນະຄົບຮອບ 80 ປີ. ມີຜູ້ຕາງໜ້າຊາວໜຸ່ມຈີນ ແລະ ຕ່າງປະເທດ 3.000 ກວ່າຄົນໄດ້ດຳເນີນການແລກປ່ຽນກັນ ພາຍໃຕ້ຫົວຂໍ້ “ເພື່ອສັນຕິພາບຮ່ວມກັນ” ໂດຍໄດ້ເຕົ້າໂຮມຄວາມເຫັນດີຮ່ວມກັນຂອງຊາວໜຸ່ມເພື່ອສະໜັບສະໜູນສັນຕິພາບ ແລະ ການພັດທະນາຂອງໂລກ.