ແຫຼ່ງຂ່າວຈາກກຸ່ມບໍລິສັດທາງລົດໄຟຈີນລາຍງານໃຫ້ຮູ້ວ່າ: ນັບແຕ່ຈີນໄດ້ເລີ່ມການຂົນສົ່ງໃນລະດູຮ້ອນແຕ່ວັນທີ 1 ກໍລະກົດນີ້ເປັນຕົ້ນມາ, ທາງລົດໄຟທົ່ວປະເທດຈີນໄດ້ຂົນສົ່ງຜູ້ໂດຍສານຫຼາຍກວ່າ 400 ລ້ານເທື່ອຄົນ, ເພີ່ມຂຶ້ນ 4,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ສະເລ່ຍແລ້ວ ໄດ້ເພີ່ມຂະບວນລົດໄຟໂດຍສານ 541 ຂະບວນຕໍ່ມື້.
ຄາດວ່າ: ວັນທີ 29 ກໍລະກົດນີ້, ທາງລົດໄຟທົ່ວປະເທດຈີນຈະຂົນສົ່ງຜູ້ໂດຍສານຫຼາຍກວ່າ 12,9 ລ້ານເທື່ອຄົນ ແລະ ເພີ່ມຂະບວນລົດໄຟໂດຍສານ 462 ຂະບວນ.