ງານກິລາຫຸ່ນຍົນມະນຸດໂລກ ເຊິ່ງເປັນງານມະຫະກຳສັງລວມທີ່ຖືເອົາຫຸ່ນຍົນມະນຸດເປັນແກນກາງຂອງໂລກ ທີ່ຮ່ວມກັນຈັດຂຶ້ນໂດຍອົງການປົກຄອງນະຄອນຫຼວງປັກກິ່ງ, ວິທະຍຸໂທລະພາບສູນກາງຈີນ, ອົງການການຮ່ວມມືຫຸ່ນຍົນໂລກ ແລະ ສະມາຄົມສາກົນງານກິລາຊີງແຊັມໂລກຫຸ່ນຍົນອາຊີປາຊີຟິກ ຈະຈັດຂຶ້ນຢ່າງຍິ່ງໃຫຍ່ຢູ່ສະໜາມກິລາສະເກັດຄວາມໄວແຫ່ງຊາດທີ່ນະຄອນຫຼວງປັກກິ່ງ ລະຫວ່າງວັນທີ 14-17 ສິງຫາປີນີ້. ຮອດເວລານັ້ນ, ໃນງານກິລາດັ່ງກ່າວຈະເຕົ້າໂຮມເຕັກໂນໂລຊີລະດັບນຳໜ້າທົ່ວໂລກ, ຈິດໃຈແຂ່ງຂັນກິລາ ແລະ ສິລະປະທາງວິສະວິກຳມາແຂ່ງຂັນກັນໃນລະດັບສຸດຍອດ, ຜ່ານການສ້າງເວທີສະແດງ ແລະ ແຂ່ງຂັນທາງເຕັກໂນໂລຊີ, ດຳເນີນການທົດສອບ ແລະ ແຂ່ງຂັນແບບທ້າທາຍກັນໃນງານ ເພື່ອຊຸກຍູ້ໃຫ້ຫຸ່ນຍົນມະນຸດໄດ້ຮັບການພັດທະນາແບບກ້າວກະໂດດຂັ້ນ, ທັງໃນດ້ານຄວາມສາມາດຂອງການເຄື່ອນໄຫວ, ລະດັບການປະສານງານ, ລະດັບອັດສະລິຍະ ແລະ ການບໍລິການຕາມຄວາມຕ້ອງການ ເພື່ອເຮັດໃຫ້ຫຸ່ນຍົນມະນຸດສາມາດກ້າວເຂົ້າສູ່ຊີວິດການເປັນຢູ່ຂອງຄົນທົ່ວໄປໄດ້ຢ່າງໄວກວ່າເກົ່າ ແລະ ດີກວ່າເກົ່າ.