ວັນທີ 26 ກໍລະກົດນີ້, ກິດຈະກຳສັບປະດາແລກປ່ຽນດ້ານການສຶກສາຈີນ-ອາຊຽນ2025ໄດ້ຈັດຂຶ້ນຢູ່ເຂດໃໝ່ກຸ້ຍອ່ານ ນະຄອນກຸ້ຍຢາງ ແຂວງກຸ້ຍໂຈ່ວຈີນ ເຊິ່ງເປັນສະຖານທີ່ຖາວອນໃນການຈັດກິດຈະກຳສັບປະດາແລກປ່ຽນດ້ານການສຶກສາຈີນ-ອາຊຽນ. ໃນຖານະເປັນເວທີການແລກປ່ຽນແລະຮ່ວມມືລະຫວ່າງລັດຖະບານກ່ຽວກັບການສຶກສາພຽງໜຶ່ງດຽວລະຫວ່າງຈີນ-ອາຊຽນ, ຕະຫຼອດໄລຍະ18 ປີຜ່ານມານີ້, ສັບປະດາແລກປ່ຽນດ້ານການສຶກສາຈີນ-ອາຊຽນຈາກການສຸມໃສ່ ການສຶກສາ ພຽງຂົງເຂດດຽວ ໄດ້ຂະຫຍາຍຕົວກາຍມາເປັນສະພາບການເປີດປະຕູສູ່ພາຍນອກຂະໜາດໃຫຍ່ທີ່ນຳພາໂດຍ ການສຶກສາ ແລະ ຫຼາຍຂົງເຂດໄດ້ຮັບການພັດທະນາໄປພ້ອມກັນ. ກຸ້ຍໂຈ່ວ ໃນຖານະເປັນສະຖານທີ່ຖາວອນໃນການຈັດກິດຈະກຳສັບປະດາແລກປ່ຽນດັ່ງກ່າວ ໄດ້ອີງໃສ່ການສຶກສາເພື່ອສ້າງເວທີສຳລັບການແລກປ່ຽນແລະການຮ່ວມມືລະຫວ່າງຈີນ-ອາຊຽນ, ເຮັດໃຫ້ສາມາດໄດ້ຮັບຜົນງານຢ່າງໃຫຍ່ຫຼວງໃນຂົງເຂດຕ່າງໆເຊັ່ນ: ການແລກປ່ຽນດ້ານວັດທະນະທຳ, ການຄົ້ນຄວ້າວິທະຍາສາດ ແລະ ການຮ່ວມມືດ້ານເສດຖະກິດການຄ້າເປັນຕົ້ນ.
ໄປຄຽງຄູ່ກັບລະດັບການເປີດປະຕູສູ່ພາຍນອກຂອງແຂວງກຸ້ຍໂຈ່ວໄດ້ຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ, ຍີ່ຫໍ້ “ສຶກສາຢູ່ຈີນ ຮຽນຢູ່ກຸ້ຍໂຈ່ວ” ສືບຕໍ່ມີຊື່ສຽງສູງເດັ່ນຂຶ້ນ. ປີ2008, ນັກສຶກສາຕ່າງປະເທດທີ່ໄປຮຽນຢູ່ແຂວງກຸ້ຍໂຈ່ວມີບໍ່ຮອດ100ຄົນ. ມາຮອດປີ2024, ສະຖາບັນການສຶກສາຊັ້ນສູງຈຳນວນ32 ແຫ່ງຢູ່ແຂວງກຸ້ຍໂຈ່ວໄດ້ມີເງື່ອນໄຂຄົບຖ້ວນໃນການຮັບເອົານັກສຶກສາຕ່າງປະເທດ, ນັບລວມແລ້ວໄດ້ຮັບເອົານັກສຶກສາຈາກ 79 ປະເທດຈຳນວນຫຼາຍກວ່າ 23.000 ເທື່ອຄົນ, ໃນນີ້ ນັກສຶກສາຈາກປະເທດສະມາຊິກອາຊຽນກວມເອົາຫຼາຍກວ່າ 70%.
ປີນີ້, ກິດຈະກຳສັບປະດາແລກປ່ຽນດ້ານການສຶກສາຈີນ-ອາຊຽນຍັງຈະສຸມໃສ່ວາງສະແດງຜົນງານດ້ານການແລກປ່ຽນວັດທະນະທຳລະຫວ່າງຈີນ-ອາຊຽນ, ເສີມຂະຫຍາຍບົດບາດຂອງເວທີກິດຈະກຳສັບປະດາແລກປ່ຽນດັ່ງກ່າວໃຫ້ອຸດົມສົມບູນຂຶ້ນຕື່ມ, ລົງເລິກການປະດິດສ້າງຮູບແບບໂຄງການ “ການສຶກສາ+” ເພື່ອດຶງດູດປະເທດສະມາຊິກອາຊຽນແລະປະເທດທີ່ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”ເຂົ້າຮ່ວມກິດຈະກຳແລກປ່ຽນການສຶກສາແລະວັດທະນະທຳລະຫວ່າງຈີນ-ອາຊຽນໃຫ້ຫຼາຍກວ່າເກົ່າ, ໂດຍສ້າງເວທີດ້ວຍການສຶກສາເຮັດໃຫ້ປະຊາຊົນຈີນ-ອາຊຽນນັດພົບກັນຢູ່ກຸ້ຍໂຈ່ວເພື່ອເພີ່ມຄວາມສະໜິດສະໜົມກັນໃຫ້ຫຼາຍຂຶ້ນຕື່ມໄປຄຽງຄູ່ກັບການແລກປ່ຽນກັນຢ່າງບໍ່ຢຸດຢັ້ງ.
ແຫຼ່ງຂ່າວຈາກ: CGTN