ການເຝິກແອບກອງທັບບົກຮ່ວມພາຍໃຕ້ລະຫັດ “ເກາະແຂນກັນເດີນທາງຮ່ວມ-2025” ລະຫວ່າງຈີນ ກັບ ຫວຽດນາມກຳລັງຈັດຂຶ້ນຢູ່ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຂອງຈີນ. ນີ້ແມ່ນສອງຝ່າຍຈັດການເຝິກກອງທັບບົກຮ່ວມກັນເປັນຄັ້ງທຳອິດ,ມີຄວາມໝາຍສຳຄັນພິເສດ.
ການເຝິກແອບຮ່ວມສາມາດເພິ່ມທະວີຄວາມເຂົ້າໃຈກັນ ເຮັດໃຫ້ສອງຝ່າຍສ້າງຊ່ອງທາງການແລກປ່ຽນທີ່ດີໃນດ້ານຕ່າງໆເຊັ່ນ: ການແລກປ່ຽນຢ່າງໃກ້ຊິດ,ການສະແດງອາວຸດຍຸດໂທປະກອນ ແລະ ກົດລະບຽບຍຸດທະວິທີເປັນຕົ້ນ ພ້ອມກັນນັ້ນ ໂດຍຜ່ານການເຝິກແອບຮ່ວມຈະສາມາດຊ່ວຍເພີ່ມຄວາມໄວ້ເນື້ອເຊື່ອໃຈກັນໄດ້, ຈະເສີມຂະຫຍາຍບົດບາດສຳຄັນພິເສດໃນດ້ານການຮັບປະກັນໃຫ້ເຂດຊາຍແດນມີສະຖຽນລະພາບ. ລະຫວ່າງຈີນ ກັບ ຫວຽດນາມມີຊາຍແດນທາງບົກ 1.000 ກວ່າກິໂລແມັດ ພ້ອມທັງມີພຸມສັນຖານທີ່ສັບສົນ, ຖ້າຢາກຮັບປະກັນໃຫ້ເຂດຊາຍແດນມີຄວາມໝັ້ນຄົງ, ກອງທັບບົກຕ້ອງເສີມຂະຫຍາຍບົດບາດທີ່ສຳຄັນ.