ລາວແລະກຳປູເຈຍຕ່າງກໍປະຕິເສດວ່າບໍ່ມີການປະທະກັນລະຫວ່າງກຸ່ມປະກອບອາວຸດຂອງສອງປະເທດ

CRI, July 27, 2025
Size:

ວັນທີ 26 ກໍລະກົດນີ້,ນັກຂ່າວວິທະຍຸໂທລະພາບສູນກາງຈີນ ຫຼື CMG ໄດ້ຮັບການຢືນຢັນຈາກທະຫານລາວວ່າ: ບໍ່ມີການປະທະກັນລະຫວ່າງທະຫານລາວ ແລະກຳປູເຈຍ, ລາວກໍ່ບໍ່ໄດ້ຈັບຜູ້ປະກອບອາວຸດກຳປູເຈຍທີ່ຂ້າມຊາຍແດນຢ່າງຜິດກົດໝາຍ.

ນອກນີ້, ຜູ້ສັນທັດກໍລະນີຂອງກອງທັບປະຊາຊົນລາວແຈ້ງໃຫ້ຮູ້ວ່າຂ່າວກ່ຽວກັບ “ກອງທັບປະຊາຊົນລາວ ກັບ ຜູ້ປະກອບອາວຸດກຳປູເຈຍປະທະກັນ” ນັ້ນບໍ່ເປັນຄວາມຈິງ. “ໜັງສືພິມກອງທັບປະຊາຊົນ” ເຊິ່ງເປັນສື່ມວນຊົນຂອງກອງທັບລາວລາຍງານວ່າບໍ່ໄດ້ຮັບການລາຍງານສະພາບງການທີ່ກ່ຽວຂ້ອງ.

ມື້ດຽວກັນ, ໂຄສົກກະຊວງປ້ອງກັນປະເທດກຳປູເຈຍກໍ່ແຈ້ງໃຫ້ຮູ້ວ່າ ບໍ່ໄດ້ເກີດເຫດການດັ່ງກ່າວ.

ຕອນເຊົ້າວັນທີ 26 ກໍລະກົດນີ້, ເວັບໄຊໄທລັດຂອງປະເທດໄທລາຍງານວ່າ, ທະຫານລາວໄດ້ອອກແຈ້ງການດ່ວນໃນວັນທີ 26 ກໍລະກົດນີ້ວ່າ: ທະຫານລາວ ກັບ ຜູ້ປະກອບອາວຸດກຳປູເຈຍທີ່ຂ້າມຊາຍແດນຢ່າງຜິດກົດໝາຍຫຼາຍຄົນໄດ້ປະທະກັນຢ່າງຮຸນແຮງ ພ້ອມທັງຈັບຕົວ 10 ຄົນ ແລະ ຍຶດເອົາອາວຸດ.