ທ່ານ​ ຫວາງ​ຢີ້ ພົບ​ປະ​ກັບທ່ານ ກາວ​ຄິມ​ຮຸນ ເລ​ຂາ​ທິ​ການ​ໃຫຍ່​ອາ​ຊຽນ

CRI, July 27, 2025
Size:

ວັນທີ 25 ກໍລະກົດນີ້, ທ່ານ ຫວາງຢີ້ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ, ລັດຖະມົນຕີກະຊວງການຕ່າງປະເທດຈີນ ໄດ້ພົບປະກັບທ່ານ ກາວຄິມຮຸນ ເລຂາທິການໃຫຍ່ອາຊຽນ ຢູ່ນະຄອນຫຼວງປັກກິ່ງ.

ທ່ານ ຫວາງຢີ້ ກ່າວວ່າ, ຈີນໄດ້ຖືອາຊຽນເປັນທິດທາງບູລິມະສິດ ໃນດ້ານການຕ່າງປະເທດກັບປະເທດອ້ອມຂ້າງມາໂດຍຕະຫຼອດ, ສະໜັບສະໜູນອາຊຽນມີບົດບາດໃຫຍ່ຫຼວງກວ່າເກົ່າໃນວຽກງານສາກົນ ແລະພາກພື້ນ. ປັດຈຸບັນ, ຄວນເອົາໃຈໃສ່ການຮ່ວມມືໃນ 3 ດ້ານ, ຄື: ໜຶ່ງ ຮ່ວມກັນປົກປັກຮັກສາການຄ້າເສລີແລະກົນໄກການຄ້າຫຼາຍຝ່າຍ ສອງ ຮ່ວມກັນສ້າງສະພາບການໃໝ່ໃນທະເລຈີນໃຕ້ທີ່ມີສັນຕິພາບ, ມິດຕະພາບ ແລະການຮ່ວມມື ສາມ ຮ່ວມກັນຮັກສາສັນຕິພາບແລະສະຖຽນລະພາບໃນພາກພື້ນ.

ທ່ານ ກາວຄິມຮຸນ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ຈີນ ທີ່ໄດ້ເດັດດ່ຽວສະໜັບສະໜູນ ຖານະເປັນໃຈກາງໃນການຮ່ວມມືພາກພື້ນຂອງອາຊຽນ ແລະ ການສ້າງປະຊາຄົມອາຊຽນ, ສະໜັບສະໜູນການເລັ່ງລັດຈັດການປຶກສາຫາລື “ກົດແຫ່ງການປະພຶດໃນທະເລຈີນໃຕ້”. ຂອບໃຈຈີນທີ່ໄດ້ສຸມຄວາມພະຍາຍາມຢ່າງຕັ້ງໜ້າເພື່ອຊຸກຍູ້ໃຫ້ຈັດການເຈລະຈາສັນຕິພາບ ພາຍຫຼັງເກີດການປະທະກັນຢູ່ເຂດຊາຍແດນລະຫວ່າງກຳປູເຈຍ-ໄທ.