​ທູ​ຕາ​ນຸ​ທູດ​ປະ​ເທດ​ລ່ອງແມ່​ນ້ຳ​ຂອງ​ປະ​ຈຳ​ຈີນ ​ສຳ​ຜັດ​ກັບ​ວັດ​ທະ​ນະ​ທຳ​ເຂດ​ຊີ​ຈ້າງ ຮ່ວມ​ກັນເປິກ​ສາ​ຫາ​ລື​ກ່ຽວ​ກັບ​ໂອ​ກາດ​ໃໝ່​ແຫ່ງ​ການ​ຮ່ວມ​ມື​ດ້ານ​ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ

lmcchina.org, July 24, 2025
Size:

ຫວ່າງບໍ່ດົນມານີ້, ຄະນະທູຕານຸທູດປະເທດລ່ອງແມ່ນ້ຳຂອງປະຈຳຈີນ ໄດ້ເປີດກິດຈະກຳ ເອກອັກຄະລັດຖະທູດປະເທດລ່ອງແມ່ນ້ຳຂອງປະຈຳຈີນເດີນທາງຢູ່ເຂດປົກຄອງຕົນເອງຊີຈ້າງຈີນ, ໂດຍຜ່ານການທັດສະນະສຶກສາຢ່າງເລິກເຊິ່ງຢູ່ນະຄອນລາຊາ ແລະ ນະຄອນຊ່າງຕູ່ ເພື່ອສຳຜັດກັບມູນເຊື້ອວັດທະນະທຳ ແລະ ພຶດຕິກຳແຫ່ງການອະນຸລັກສິ່ງແວດລ້ອມທຳມະຊາດຢູ່ ຫຼັງຄາໂລກ”.

ຢູ່ນະຄອນລາຊາ, ຄະນະທູຕານຸທູດປະເທດລ່ອງແມ່ນ້ຳຂອງ ໄດ້ໄປຢ້ຽມຊົມວັງປໍຕາລາ, ວັດຕາຈາວ, ວັດເຊຣາ ແລະ ສວນໂນບູລິນກາ.

ທ່ານ ຊັດໄຊ ວິຣິຍະເວຈະກູນ    (Mr. Chatchai Viriyavejakul) ເອກອັກຄະຣາຊະທູດໄທປະຈຳຈີນ ທີ່ໄປຢ້ຽມຢາມເຂດປົກຄອງຕົນເອງຊີຈ້າງເປັນຄັ້ທຳອິດເວົ້າໃຫ້ຮູ້ວ່າ: “ຄວາມທັນສະໄໝຂອງສະໜາມບິນສາກົນກົງກາລາຊາເຮັໃຫ້ຂ້າພະເຈົ້າຮູ້ສຶກປະທັບໃຈທີ່ສຸດ, ເສັ້ນທາງຈາກສະໜາມບິນໄປຫາໂຮງແຮມກໍມີຄວາມງົດງາມຫຼາຍ.” ຂະບວນການຫັນເປັນທັນສະໄໝ ກັບ ບູຮານສະຖານທາງປະຫວັດສາດທີ່ເກົ່າແກ່ຂອງເຂດປົກຄອງຕົນເອງຊີຊ້າງຢູ່ຮ່ວມກັນຢ່າງກົມກຽວ, ສິ່ງນີ້ໄດ້ເຮັດໃຫ້ຂ້າພະເຈົ້າຮູ້ສຶກປະທັບໃຈຫຼາຍ. ທ່ານກ່າວຕື່ມວ່າ: “ໃນຂະບວນການຊຸກຍູ້ຄວາມທັນສະໄໝ, ເຂດປົກຄອງຕົນເອງຊີຈ້າງສາມາດອະນຸລັກວັດທະນະທຳທີ່ເປັນມູນເຊື້ອໄດ້ເປັນຢ່າງດີ ແລະ ບັນລຸຄວາມດຸນດ່ຽລະຫວ່າງສອງວຽກນີ້.”

ໃນເວລາທ່ຽວຊົມສວນໂນບູລິນກາ, ທ່ານນາງ ໂຈຊູມອງChaw Su Maung )   ທີ່ເປິກສາສະຖານທູດມຽນມາປະຈຳຈີນ ໄດ້ຊື້ ແລະ ປ່ຽນຖ່າຍຊຸດຊົນເຜົ່າຕິເບດລະດູຮ້ອນ ເພື່ອສຳຜັດກັບຊີວິດປະຈຳວັນຂອງປະຊາຊົນຢູ່ເຂດຊີຈ້າງ.

ນະຄອນຊ່າງຕູ່ເຂດປົກຄອງຕົນເອງຊີຈ້າງ ເປັນສະຖານທີ່ສຳຄັນທີ່ແມ່ນ້ຳລ້ານຊ້າງໄຫຼຜ່ານ, ແມ່ນໜຶ່ງໃນສະຖານທີ່ສຳຄັນໃນການທັດສະນະຄັ້ງນີ້. ທ່ານຟາມ ແທັງບິງ (Phm Thanh Bình) ເອກອັກຄະລັດຖະທູດຫວຽດນາມປະຈຳຈີນເນັ້ນໜັກວ່າ: ເຂດປົກຄອງຕົນເອງຊີຈ້າງບໍ່ພຽງແຕ່ແມ່ນດິນແດນທີ່ກວ້າງຂວາງຢູ່ພາກຕາເວັນຕົກຂອງຈີນເທົ່ານັ້ນ, ແຕ່ຍັງເປັນຍອດນ້ຳຂອງແມ່ນ້ຳສຳຄັນຫຼາຍສາຍທີ່ໄຫຼຜ່ານຫຼາຍປະເທດ, ໃນນັ້ນລວມທັງແມ່ນ້ຳຢູ່ລ່ອງແມ່ນ້ຳຂອງ. “ໃນການທັດສະນະສຶກສາຄັ້ງນີ້, ພວກເຮົາຮູ້ສຶກດີໃຈທີ່ໄດ້ເຫັນວ່າ ສິ່ງແວດລ້ອມຂອງແມ່ນ້ຳເຫຼົ່ານີ້ໄດ້ຮັບການອະນຸລັກໄວ້ເປັນຢ່າງດີ.”

ກິດຈະກຳ ເອກອັກຄະລັດຖະທູດປະເທດລ່ອງແມ່ນ້ຳຂອງປະຈຳຈີນ ເດີນທາງຢູ່ເຂດປົກຄອງຕົນເອງຊີຈ້າງຈີນໃນຄັ້ງນີ້ ແມ່ນເລີ່ມຕົ້ນຂຶ້ນໃນວັນທີ 7 ກໍລະກົດ 2025, ໄດ້ດຳເນີນໄປເປັນເວລາ 5 ວັນ ໃນໂອກາດສ້າງຕັ້ງເຂດປົກຄອງຕົນເອງຊີຈ້າງຄົບຮອບ 60 ປີ, ມີຈຸດປະສົງເພື່ອເພີ່ມທະວີເນື້ອໃນການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຕື່ມອີກ, ຊຸກຍູ້ໃຫ້ການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງພັດທະນາດ້ວຍຄຸນນະພາບສູງ, ພ້ອມກັນຊຸກຍູ້ການໄປມາຫາສູ່ກັນຖານໄມຕີຈິດມິຕະພາບ ແລະ ການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດລະຫວ່າງປະເທດລ່ອງແມ່ນ້ຳຂອງກັບເຂດປົກຄອງຕົນເອງຊີຈ້າງຂອງຈີນ.