ຫວ່າງບໍ່ດົນມານີ້, ລົດລາກຂະໜາດໃຫຍ່ທີ່ຜະລິດໂດຍຈີນຈຳນວນ 50 ຄັນ ໄດ້ຜ່ານການກວດກາຢູ່ດ່ານທ່າກວນເລີຍແຂວງຢຸນນານ ແລ້ວເດີນທາງໄປມຽນມາ ໂດຍຜ່ານ “ທາງນ້ຳຄຳ” ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ. ດ່ານທ່າກວນເລີຍເປັນທ່າກຳປັ່ນແຫ່ງທຳອິດທີ່ປະເທດສະມາຊິກອາຊຽນ ເຊັ່ນ: ລາວ, ມຽນມາ, ໄທ ແລະອື່ນໆ ໃຊ້ຜ່ານແມ່ນ້ຳຂອງເຂົ້າສູ່ປະເທດຈີນ, ຫຼັງຈາກຜ່ານການກວດຮັບໃນທ້າຍປີ 2024 ແລ້ວ, ດ່ານທ່າກວນເລີຍໄດ້ພັດທະນາຢ່າງວ່ອງໄວ, ການນຳເຂົ້າ-ສົ່ງອອກສິນຄ້າໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ.
ອີງຕາມຕົວເລກຂໍ້ມູນຂອງດ່ານພາສີສະແດງໃຫ້ເຫັນວ່າ: ໃນ 5 ເດືອນຕົ້ນປີນີ້, ປະລິມານການນຳເຂົ້າ-ສົ່ງອອກສິນຄ້າໂດຍຜ່ານດ່ານທ່າກວນເລີຍມີຈຳນວນ 111.200 ໂຕນ ມູນຄ່າ 1,352 ຕື້ຢວນ, ເພີ່ມຂຶ້ນ 112,3% ແລະ 176,7% ຕາມລຳດັບເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024, ໃນນັ້ນ, ລົດລາກ, ລົດຂົນຖ່າຍແບບອັດຕະໂນມັດ, ລົດແທັກເຕີ ແລະ ລົດຊະນິດອື່ນທີ່ສົ່ງອອກນັ້ນ ມີມູນຄ່າ 38,74 ລ້ານຢວນ, ເພີ່ມຂຶ້ນ 30,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024.