ວັນທີ 23 ກໍລະກົດນີ້, ທ່ານກົ່ວເຈ່ຍຄຸ່ນ ໂຄສົກກະຊວງການຕ່າງປະເທດຈີນເປັນປະທານຈັດກອງປະຊຸມຖະແຫຼງຂ່າວ. ມີນັກຂ່າວຖາມວ່າ: ຫວ່າງມໍ່ໆມານີ້, ບົດລາຍງານຂອງສະພາການຄ້າອາເມຣິກາ-ຈີນສະແດງໃຫ້ເຫັນວ່າ: ວິສາຫະກິດອາເມຣິກາ 82% ໄດ້ຮັບກຳໄລຢູ່ຈີນ. ຫຼາຍວິສາຫະກິດກ່າວວ່າ: ຄວາມບໍ່ແນ່ນອນຂອງການພົວພັນລະຫວ່າງຈີນ-ອາເມຣິກາແລະພາສີ ແມ່ນບັນຫາທີ່ເປັນຫ່ວງທີ່ສຸດໃນປັດຈຸບັນ, ແຕ່ພວກເຂົາເຫັນວ່າ: ຕະຫຼາດຈີນສຳຄັນທີ່ສຸດ. ໂຄສົກມີຄວາມເຫັນຄືແນວໃດຕໍ່ກັບເລື່ອງນີ້?
ຕໍ່ກັບເລື່ອງນີ້, ທ່ານກົ່ວເຈ່ຍຄຸ່ນຕອບວ່າ: ການລົງທຶນຢູ່ຈີນແລະການສ້າງອະນາຄົດທີ່ດີຮ່ວມກັນ, ໄດ້ກາຍເປັນຄວາມຮູ້ທົ່ວໄປທີ່ເປັນເອກະພາບກັນ ຂອງຜູ້ລົງທຶນທົ່ວໂລກ. ຫວ່າງບໍ່ດົນມານີ້ ລັດຖະບານຈີນໄດ້ປະກາດມາດຕະການໃໝ່ເພື່ອສົ່ງເສີມໃຫ້ນັກທຸລະກິດຕ່າງປະເທດເຂົ້າມາລົງທຶນຢູ່ຈີນ, ເຊິ່ງສ່ອງແສງໃຫ້ເຫັນຄວາມຈິງໃຈແລະຄວາມຕັດສິນໃຈຂອງຈີນໃນການຊຸກຍູ້ການເປີດປະຕູສູ່ພາຍນອກໃນລະດັບສູງ. ພວກຂ້າພະເຈົ້າຍິນດີຕ້ອນຮັບວິສາຫະກິດຂອງປະເທດຕ່າງໆ ລວມທັງອາເມຣິກາ ເຂົ້າຮ່ວມໃນການພັດທະນາຄວາມທັນສະໄໝແບບຈີນ ແລະບັນລຸການພັດທະນາທີ່ດີກວ່າເກົ່າ.