ວັນທີ 24 ກໍລະກົດນີ້, ທ່ານກົ່ວເຈ່ຍຄຸ່ນ ໂຄສົກກະຊວງການຕ່າງປະເທດຈີນເປັນປະທານກອງປະຊຸມຖະແຫຼງຂ່າວ. ມີນັກຂ່າວຖາມກ່ຽວກັບການປະທະກັນລະຫວ່າງໄທ ແລະກຳປູເຈຍຢູ່ເຂດຊາຍແດນຂອງສອງປະເທດດັ່ງກ່າວ.
ຕໍ່ກັບເລື່ອງນີ້, ທ່ານກົ່ວເຈ່ຍຄຸ່ນ ກ່າວວ່າ: ສອງປະເທດໄທ ແລະກຳປູເຈຍລ້ວນແຕ່ແມ່ນປະເທດບ້ານໃກ້ເຮືອນຄຽງຂອງຈີນ, ທັງແມ່ນປະເທດສະມາຊິກສຳຄັນຂອງອາຊຽນ, ການມີໄມຕີຈິດມິດຕະພາບແບບບ້ານໃກ້ເຮືອນຄຽງ ແລະ ການແກ້ໄຂຄວາມຂັດແຍ້ງຢ່າງເໝາະສົມນັ້ນ ແມ່ນສອດຄ່ອງກັບຜົນປະໂຫຍດຕົ້ນຕໍ ແລະຖາວອນຂອງສອງຝ່າຍ. ພວກຂ້າພະເຈົ້າເປັນຫ່ວງຕໍ່ສະຖານະການໃນປັດຈຸບັນນີ້, ຫວັງວ່າສອງຝ່າຍຈະແກ້ໄຂບັນຫາຢ່າງເໝາະສົມໂດຍຜ່ານການສົນທະນາ ແລະເຈລະຈາ. ຈີນຈະສືບຕໍ່ປະຕິບັດວຽກງານເພື່ອຊຸກຍູ້ສັນຕິພາບ ແລະການເຈລະຈາດ້ວຍຮູບການຂອງຕົນ ແລະເສີມຂະຫຍາຍບົດບາດທີ່ມີລັກສະນະສ້າງສັນເຂົ້າໃນການຊຸກຍູ້ໃຫ້ສະຖານະການຜ່ອນຄາຍລົງ.