ການຮ່ວມ​ກັນ​ສ້າງ “​ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ​ກ້າວ​ເຂົ້າ​ສູ່​ໄລ​ຍະ​ໃໝ່ຂອງ​ການ​ພັດ​ທະ​ນາ​ຢ່າງ​ມີ​ຄຸນ​ນະ​ພາບ​ສູງ

CRI, July 23, 2025
Size:

ວັນທີ 22 ກໍລະກົດນີ້, ໃນເວລາຕອບຄຳຖາມທີ່ກ່ຽວຂ້ອງຢູ່ກອງປະຊຸມຖະແຫຼງຂ່າວ, ທ່ານ ກົ່ວເຈ່ຍຄຸ່ນ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ: ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ກ້າວເຂົ້າສູ່ໄລຍະໃໝ່ຂອງການພັດທະນາຢ່າງມີຄຸນນະພາບສູງ. ຈາກແຜ່ນດິນໃຫຍ່ອາຊີ-ເອຣົບຮອດອາຟຣິກາ ແລະອາເມຣິກາລາຕິນ, ຈາກການເຊື່ອມຈອດດ້ານພື້ນຖານໂຄງລ່າງຮອດການເຊື່ອມຈອດດ້ານລະບຽບການ ແລະການເຊື່ອມສານຈິດໃຈຂອງປະຊາຊົນ, ໝາກຜົນຂອງການຮ່ວມມືໄດ້ນຳເອົາຜົນປະໂຫຍດມາໃຫ້ແກ່ປະຊາຊົນ 150 ກວ່າປະເທດ.

ທ່ານ ກົ່ວເຈ່ຍຄຸ່ນ ກ່າວຕື່ມວ່າ: ຈີນຍິນດີຮ່ວມກັບບັນດາຝ່າຍ ເພື່ອຊຸກຍູ້ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ຢ່າງມີຄຸນນະພາບສູງ ໃຫ້ເລິກເຊິ່ງກວ່າເກົ່າ ແລະ ເປັນຮູບປະທຳກວ່າເກົ່າ, ຮ່ວມກັນພັດທະນາ ແລະຮ່ວມກັນສ້າງອະນາຄົດທີ່ສວຍງາມ.