ເລີ່ມ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ລາດ​ຕະ​ເວນ​ຮ່ວມເພື່ອ​ບັງ​ຄັບ​ໃຊ້​ກົດ​ໝາຍ​ຕາມ​ແມ່​ນ້ຳ​ຂອງ​ລະ​ຫວ່າງ​ຈີນ,ລາວ,ມຽນ​ມາແລະໄທຄັ້ງ​ທີ 155

CRI, July 23, 2025
Size:

ຕອນເຊົ້າວັນທີ 22 ກໍລະກົດນີ້, ການເຄື່ອນໄຫວລາດຕະເວນຮ່ວມເພື່ອບັງຄັບໃຊ້ກົດໝາຍຕາມແມ່ນ້ຳຂອງລະຫວ່າງຈີນ, ລາວ, ມຽນມາ ແລະໄທຄັ້ງທີ 155 ເລີ່ມຕົ້ນຂຶ້ນຢ່າງເປັນທາງການ.

ການເຄື່ອນໄຫວຄັ້ງນີ້ຈະດຳເນີນການບັງຄັບໃຊ້ກົດໝາຍຮ່ວມຊະນິດຕ່າງໆ ເຊັ່ນ: ກວດສອບຢາເສບຕິດທາງບົກແລະທາງນ້ຳ, ຝຶກອົບຮົມຮ່ວມກັນ ແລະອື່ນໆຢູ່ເຂດສຳຄັນຂອງແມ່ນ້ຳຂອງ, ສຸມຄວາມພະຍາຍາມຮ່ວມກັນເພື່ອປາບປາມອາດຊະຍາກຳຂ້າມຊາດທີ່ຜິດກົດໝາຍປະເພດຕ່າງໆ ເຊັ່ນ: ຢາເສບຕິດ, ຫຼອກລວງ, ການຄ້າເຖື່ອນ ແລະ ການເຂົ້າເມືອງຜິດກົດໝາຍເປັນຕົ້ນ.

ການເຄື່ອນໄຫວຄັ້ງນີ້ຈະດຳເນີນເປັນເວລາ 4 ວັນ 3 ຄືນ, ໃນໄລຍະນີ້, ພາກສ່ວນບັງຄັບໃຊ້ກົດໝາຍທີ່ກ່ຽວຂ້ອງຂອງຈີນ, ລາວ, ມຽນມາ ແລະໄທຍັງຈະຈັດກອງປະຊຸມແລກປ່ຽນຂໍ້ມູນຫຼາຍຝ່າຍ ເພື່ອປຶກສາຫາລືຈຸດສຸມໃນການຮ່ວມມືບັງຄັບໃຊ້ກົດໝາຍກ່ຽວກັບສະຖານະການຄວາມໝັ້ນຄົງຕາມລ່ອງແມ່ນ້ຳຂອງໃນຕໍ່ໜ້າ.