ວັນທີ 21 ກໍລະກົດນີ້, ກອງປະຊຸມລັດຖະມົນຕີເວທີປຶກສາຫາລືທາງການເມືອງຂັ້ນສູງກ່ຽວກັບການພັດທະນາແບບຍືນຍົງຂອງອົງການສະຫະປະຊາຊາດປະຈຳປີ 2025 ຈັດຂຶ້ນຢູ່ນະຄອນນິວຢອກ, ທ່ານອັນໂດນີໂອ ກູເຕເຣສ ເລຂາທິການໃຫຍ່ອົງການສະຫະປະຊາຊາດໄດ້ກ່າວຄຳປາໄສໃນພິທີເປີດກອງປະຊຸມ ໂດຍຮຽກຮ້ອງໃຫ້ບັນດາປະເທດຈົ່ງຮ່ວມກັນແບກຫາບໜ້າທີ່ຄວາມຮັບຜິດຊອບ, ຊຸກຍູ້ການພັດທະນາແບບກວມລວມ, ທ່ຽງທຳ ແລະຍືນຍົງ, ທັງຮັບປະກັນໃນການສ້າງຜົນປະໂຫຍດແກ່ທຸກຄົນ.
ທ່ານ ກູເຕເຣສ ຊີ້ອອກວ່າ: ເສດຖະກິດທົ່ວໂລກກຳລັງເຕີບໂຕຊ້າລົງ, ສະຖານະການດ້ານການຄ້າເຄັ່ງຕຶງຂຶ້ນຕື່ມ, ຄວາມບໍ່ສະເໝີພາບຮຸນແຮງຂຶ້ນ. ງົບປະມານເພື່ອຊ່ວຍເຫຼືອຖືກຕັດໜ້ອຍລົງ, ແຕ່ລາຍຈ່າຍທາງການທະຫານເພີ່ມຂຶ້ນຢ່າງຫຼວງຫຼາຍ. ຄວາມບໍ່ໄວ້ເນື້ອເຊື່ອໃຈກັນ, ຄວາມແຕກແຍກກັນ ແລະການປະທະກັນແບບເປີດເຜີຍ, ກຳລັງເຮັດໃຫ້ກົນໄກການແກ້ໄຂບັນຫາສາກົນຜະເຊີນກັບຄວາມກົດດັນທີ່ບໍ່ເຄີຍມີມາກ່ອນ. ແຕ່ຖ້າຫາກມີຄວາມຮີບຮ້ອນແລະຕັດສິນໃຈ ກໍມີຄວາມຫວັງທີ່ຈະບັນລຸເປົ້າໝາຍການພັດທະນາແບບຍືນຍົງໄດ້. ທ່ານເນັ້ນໜັກເຖິງຄວາມຈຳເປັນຕ້ອງປະຕິຮູບລະບົບການເງິນທົ່ວໂລກ, ເພີ່ມທະວີສິດໃນການອອກສຽງຂອງປະເທດກຳລັງພັດທະນາ, ທັງຮຽກຮ້ອງໃຫ້ເພີ່ມທະວີການພົວພັນຄູ່ຮ່ວມ, ຊຸກຍູ້ຄວາມກ້າວໜ້າດ້ວຍວິທະຍາສາດເຕັກໂນໂລຊີ ແລະການປະດິດສ້າງດີຈີຕອນ.