ຈີນບັນລຸເປົ້າໝາຍການດຶງດູດທຶນຕ່າງປະເທດ 700 ຕື້ໂດລາກ່ອນກຳນົດ

CRI, July 22, 2025
Size:

ນັບມາຮອດທ້າຍເດືອນມິຖຸນາແລ້ວນີ້,ໃນໄລຍະແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 14 (ປີ2021-2025), ນັບລວມແລ້ວ ຈີນໄດ້ດຶງດູດທຶນຕ່າງປະເທດຫຼາຍກວ່າ 700 ຕື້ໂດລາ ເຊິ່ງເປັນການບັນລຸເປົ້າໝາຍ 700 ຕື້ໂດລາກ່ອນກຳນົດ.ຄຽງຄູ່ກັບຈີນເລັ່ງລັດເປີດປະຕູສູ່ພາຍນອກໃນລະດັບສູງ,ການຮ່ວມມືຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດເປີດກວ້າງອອກຢ່າງຕໍ່ເນື່ອງ,ທ່າແຮງຕ່າງໆ ເຊັ່ນ:ຕະຫຼາດຂະໜາດໃຫຍ່ພິເສດ ແລະພະລັງຂັບເຄື່ອນການປະດິດສ້າງໃໝ່ເປັນຕົ້ນໄດ້ດຶງດູດວິສາຫະກິດຕ່າງປະເທດເຂົ້າມາລົງທຶນຢູ່ຈີນຢ່າງບໍ່ຢຸດຢັ້ງ.