ລະຫວ່າງວັນທີ 17 ຫາ 30 ມິຖຸນາ 2025, ຊຸດຝຶກອົບຮົມການສ້າງພື້ນຖານໂຄງລ່າງດິຈິຕອນຈີນ-ບັນດາປະເທດແມ່ນ້ຳຂອງ ໄດ້ຈັດຂຶ້ນຢູ່ກໍາແພງນະຄອນຊົງຊິ້ງຢ່າງສຳເລັດຜົນ. ຊຸດຝຶກອົບຮົມຄັ້ງນີ້ດຳເນີນໄປພາຍໃຕ້ຫົວຂໍ້ “ການສ້າງພື້ນຖານໂຄງລ່າງດິຈິຕອນ” ມີພະນັກງານລັດ ແລະ ວິຊາການເກືອບ 30 ຄົນຈາກປະເທດລາວ, ກຳປູເຈຍ, ມຽນມາ, ຫວຽດນາມ ແລະ ໄທ ເຂົ້າຮ່ວມ.
ໃນໄລຍະດຳເນີນຊຸດຝຶກອົບຮົມ, ໂດຍຜ່ານຫຼາຍຮູບແບບ ເຊັ່ນ: ການບັນຍາຍພາຍໃຕ້ຫົວຂໍ້ສະເພາະ, ການທັດສະນະສຶກສາ ແລະ ຄົ້ນຄວ້າເກັບກຳຂໍ້ມູນ, ການສຳຜັດກັບວັດທະນະທຳ ແລະອື່ນໆ, ບັນດາສຳມະນາກອນໄດ້ຮຽນຮູ້ ແລະ ແລກປ່ຽນຄຳຄິດເຫັນຢ່າງເລິກເຊິ່ງກັບຊ່ຽວຊານ ແລະ ນັກຄົ້ນຄວ້າ 20 ກວ່າທ່ານຈາກອົງການລັດຂັ້ນນະຄອນ, ສະມາຄົມວິຊາຊີບ, ຂະແໜງການ, ວິສາຫະກິດທີ່ສໍາຄັນ ແລະ ມະຫາວິທະຍາໄລ ກ່ຽວກັບຫົວຂໍ້ສະເພາະຕ່າງໆ ເຊັ່ນ: ພື້ນຖານໂຄງລ່າງດິຈິຕອນ, ລັດຖະບານດິຈິຕອນ, ປັນຍາປະດິດ, ຂະແໜງການປະມວນຜົນ ແລະອື່ນໆ. ນອກຈາກນີ້, ບັນດາສຳມະນາກອນ ຍັງໄດ້ໄປຢ້ຽມຢາມເຂດນິຄົມອຸດສາຫະກຳ, ໂຮງຮຽນວິຊາຊີບ ແລະ ວິສາຫະກິດເຕັກນິກສູງ ເພື່ອທັດສະນະສຶກສາ ແລະ ສຳຜັດກັບການນຳໃຊ້ຕົວຈິງຂອງເຕັກໂນໂລຊີດິຈິຕອນ, ຮຽນຮູ້ຢ່າງຮອບດ້ານກ່ຽວກັບສະພາບການພັດທະນາຂອງຂົງເຂດເຕັກນິກ 5 ຈີ, ປັນຍາປະດິດ ແລະ ການຜະລິດດ້ວຍອັດສະລິຍະ ແລະ ຂົງເຂດອື່ນໆຢູ່ກໍາແພງນະຄອນຊົງຊິ້ງ ເພື່ອສ້າງພື້ນຖານໃຫ້ແກ່ການຊຸກຍູ້ການຮ່ວມມືສາກົນໃນຂົງເຂດການກໍ່ສ້າງພື້ນຖານໂຄງລ່າງດິຈິຕອນ, ປະກອບສ່ວນເຂົ້າໃນການສ້າງເຂດຊຸມຊົນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງທີ່ກວມລວມ ແລະ ເຊື່ອມໂຍງດ້ານດິຈິຕອນຮ່ວມກັນ.