ຈີນ ແລະ​ຫວຽດ​ນາມ​ຈະ​ຈັດ​ການເຝິກແອບຮ່ວມທາງ​ບົກພາຍ​ໃຕ້​ລະ​ຫັດ “​ເດີນ​ທາງ​ຮ່ວມ​ກັນ﹣2025”

CRI, July 21, 2025
Size:

ໃນລະຫວ່າງກາງຫາທ້າຍເດືອນກໍລະກົດນີ້, ຈີນ ແລະຫວຽດນາມຈະຈັດການເຝິກແອບຮ່ວມທາງບົກພາຍໃຕ້ລະຫັດ “ເດີນທາງຮ່ວມກັນ2025” ຢູ່ເຂດປົກຄອງຕົນເອງເຜົ່າຈ້ວງ ກວາງຊີ ຂອງຈີນ. ນີ້ເປັນຄັ້ງທຳອິດທີ່ສອງຝ່າຍຈັດການເຝິກແອບພາຍໃຕ້ຫົວຂໍ້ “ການເຝິກແອບຮ່ວມປະຕິບັດງານຢູ່ເຂດຊາຍແດນ” ເພື່ອເພີ່ມທະວີການຖອດຖອນບົດຮຽນດ້ານການປະຕິບັດງານຢູ່ເຂດຊາຍແດນເຊິ່ງກັນ ແລະກັນ, ລົງເລິກການຮ່ວມມືທີ່ຕິດແທດຕົວຈິງລະຫວ່າງກອງທັບສອງຝ່າຍຕື່ມອີກ.