ບົດ​ລາຍ​ງານ​ສະ​ແດງ​ໃຫ້​ເຫັນ​ວ່າ: ວິ​ສາ​ຫະ​ກິດ​ຈີນ​ຖືອາ​ຊຽນ​ເປັນເປົ້າ​ໝາຍ​ການ​ລົງ​ທຶນ​ສຳ​ຄັນ​ທີ່​ສຸດ​​ໃນ​ອະ​ນາ​ຄົດ

CRI, July 21, 2025
Size:

ວັນທີ 17 ກໍລະກົດນີ້, ທະນາຄານ UOB ໄດ້ເຜີຍແຜ່ “ບົດລາຍງານການສຳຫຼວດຂອງທະນາຄານ UOB ກ່ຽວກັບວິໄສທັດການພັດທະນາວິສາຫະກິດ 2025 (ສະບັບແຜ່ນດິນໃຫຍ່ຈີນ)” ໂດຍລະບຸວ່າ: ວິສາຫະກິດຈີນຖືອາຊຽນເປັນຕະຫຼາດຈັດຊື້, ຕະຫຼາດຂາຍຍ່ອຍນອກຊາຍແດນ ແລະ ເປົ້າໝາຍການລົງທຶນໃນອະນາຄົດທີ່ສຳຄັນທີ່ສຸດ. ໃນນັ້ນ, ມາເລເຊຍໄດ້ຮັບຄວາມນິຍົມຫຼາຍທີ່ສຸດ, ໄທ ສິງກະໂປ ແລະ ອິນໂດເນເຊຍກໍໄດ້ຮັບຄວາມນິຍົມຫຼາຍຈາກວິສາຫະກິດຈີນ.

ບົດລາຍງານສະແດງໃຫ້ເຫັນວ່າ, ເຖິງວ່າຄວາມສ່ຽງດ້ານພູມສາດການເມືອງສາກົນມີຢູ່ຢ່າງຕໍ່ເນື່ອງ ແລະ ປັດໄຈອື່ນໆເຮັດໃຫ້ວິສາຫະກິດໄດ້ຮັບຄວາມກົດດັນດ້ານການພັດທະນາ, ແຕ່ວ່າວິສາຫະກິດຈີນຍັງໄດ້ສະແດງໃຫ້ເຫັນເຖິງຄວາມໜຽວແໜ້ນ ແລະ ຄວາມສາມາດປັບຕົວທີ່ເຂັ້ມແຂງ, ບໍ່ພຽງແຕ່ໄດ້ຕັ້ງໜ້າປັບປຸງໂຄງປະກອບຄືນໃໝ່, ຍົກລະດັບຕ່ອງໂສ້ການສະໜອງໃຫ້ສູງຂຶ້ນເທົ່ານັ້ນ, ຍັງໄດ້ຊຸກຍູ້ການຫັນເປັນດິຈີຕອນ ແລະ ການພັດທະນາແບບຍືນຍົງເປັນໄລຍະຍາວອີກດ້ວຍ. 

ທະນາຄານ UOB ໄດ້ເຜີຍແຜ່ “ບົດລາຍງານການສຳຫຼວດຂອງທະນາຄານ UOB ກ່ຽວກັບວິໄສທັດການພັດທະນາວິສາຫະກິດປະຈຳປີ” ນັບແຕ່ປີ 2020 ເປັນຕົ້ນມາ, ມີຜູ້ຕັດສິນ ຫຼື ຜູ້ບໍລິຫານຂັ້ນສູງຂອງວິສາຫະກິດຂະໜາດໃຫຍ່ ແລະ ກາງ 600 ແຫ່ງຢູ່ແຜ່ນດິນໃຫຍ່ຈີນໄດ້ເຂົ້າຮ່ວມການຕອບແບບສອບຖາມໃນການສຳຫຼວດເທື່ອນີ້.