ຕອນຄ່ຳວັນທີ 18 ກໍລະກົດນີ້, ທ່ານເນັດ ເພກຕຣາ ລັດຖະມົນຕີກະຊວງຖະແຫຼງຂ່າວກຳປູເຈຍກ່າວວ່າ: ຫວ່າງມໍ່ໆມານີ້, ກຳປູເຈຍໄດ້ດຳເນີນການເຄື່ອນໄຫວປາບປາມການຫຼອກລວງທາງອິນເຕີເນັດ ໂດຍໄດ້ຈັບຜູ້ຕ້ອງຫາທັງໝົດ 2.270 ຄົນ.
ທ່ານເນັດ ເພກຕຣາຍັງກ່າວວ່າ: ເຈົ້າໜ້າທີ່ກຳປູເຈຍໄດ້ມ້າງສະຖານທີ່ເພື່ອຫຼອກລວງທາງອິນເຕີເນັດ 45 ແຫ່ງຢ່າງກະທັນຫັນຢູ່ 12 ແຂວງ ແລະ ນະຄອນ ໃນ 25 ແຂວງ ແລະ ນະຄອນທົ່ວປະເທດ, ຫົວໜ້າອາດຊະຍາກອນຈຳນວນໜຶ່ງໄດ້ຖືກກ່າວຟ້ອງ, ຜູ້ເຂົ້າຮ່ວມການຫຼອກລວງສ່ວນຫຼາຍຈະຖືກສົ່ງຄືນປະເທດຂອງຕົນ.
ໃນທ້າຍເດືອນກຸມພາປີ 2025 ນີ້, ລັດຖະບານກຳປູເຈຍໄດ້ສ້າງຕັ້ງຄະນະກຳມະການປາບປາມການຫຼອກລວງທາງອິນເຕີເນັດແຫ່ງຊາດທີ່ນຳພາໂດຍທ່ານຮຸນມາເນດ ນາຍົກລັດຖະມົນຕີກຳປູເຈຍໂດຍກົງ ເພື່ອຍົກສູງປະສິດທິພາບການເຮັດວຽກຂອງພາກສ່ວນທີ່ກ່ຽວຂ້ອງ ແລະ ຮ່ວມມືກັບຄູ່ຮ່ວມສາກົນປາບປາມການຫຼອກລວງທາງອິນເຕີເນັດຂ້າມຊາດ. ວັນທີ 14 ກໍລະກົດນີ້, ທ່ານຮຸນມາເນດໄດ້ລົງນາມລັດຖະດຳລັດ ໂດຍເລີ່ມຕົ້ນການເຄື່ອນໄຫວປາບປາມອາດຊະຍາກຳຫຼອກລວງທາງໂທລະຄົມ ແລະ ອິນເຕີເນັດຢ່າງເຂັ້ມງວດພາຍໃນຂອບເຂດທົ່ວປະເທດ ເພື່ອປົກປັກຮັກສາຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມສະຫງົບຂອງສັງຄົມ.
ແຫຼ່ງຂ່າວຈາກ: CGTN