ເຂດ​ໃກ້​​ນະ​ຄອນ​ມານດາເລ​ຂອງ​ມຽນ​ມາ​ເກີດ​ແຜ່ນ​ດິນ​ໄຫວ​ລະດັບ 5,4 ລິກ​ເຕີ

CRI, July 20, 2025
Size:

ຕາມການວັດແທກຂອງສູນແຜ່ນດິນໄຫວເມດີແຕຣາເນເອີຣົບ: ເວລາ 16 ໂມງຂອງວັນທີ 18 ກໍລະກົດນີ້, ເຂດບໍລິເວນໃກ້ນະຄອນມານດາເລໄປທາງທິດຕາເວັນຕົກສຽງເໜືອຂອງມຽນມາໄດ້ເກີດແຜ່ນດິນໄຫວລະດັບ 5,4 ລິກເຕີ. ຈຸດສູນກາງແຜ່ນດິນໄຫວຢູ່ເລິກລົງໄປໃຕ້ດິນ 10 ກິໂລແມັດ, ຈຸດສູນກາງແຜ່ນດິນໄຫວຢູ່ເສັ້ນຂະໜານ 22,686 ອົງສາເໜືອ ແລະ ເສັ້ນແວງ 96,016 ອົງສາຕາເວັນອອກ.