ກຳ​ປູ​ເຈຍ​ອອກ​ແຮງປາບ​ປາມອາດ​ຊະ​​ຍາ​ກຳ​ຫຼອກ​ລວງ​ທາງ​ອິນ​ເຕີ​ເນັດ, ເຈົ້າ​ໜ້າ​ທີ່​ທີ່​ບໍ່​ປະ​ຕິ​ບັດ​ໜ້າ​ທີ່​ຈະ​ຖືກ​ປົດ​ຕຳ​ແໜ່ງ

CRI, July 17, 2025
Size:

ວັນທີ 15 ກໍລະກົດນີ້, ພາກສ່ວນປະຕິບັດກົດໝາຍຂອງອົງການປົກຄອງນະຄອນຫຼວງພະນົມເປັນຂອງກຳປູເຈຍໄດ້ມ້າງສະຖານທີ່ເພື່ອຫຼອກລວງທາງອິນເຕີເນັດແຫ່ງໜຶ່ງ ແລະຈັບຜູ້ຕ້ອງຫາເພດຊາຍຊາວຕ່າງປະເທດຕາມກົດໝາຍຫຼາຍຄົນ. ພາກສ່ວນປະຕິບັດກົດໝາຍກ່າວວ່າ: ຝ່າຍທີ່ກ່ຽວຂ້ອງຈະສືບຕໍ່ປາບປາມການຫຼອກລວງທາງອິນເຕີເນັດແລະການກະທຳຕ້ອງໂທດຂ້າມຊາດອື່ນໆຢ່າງເຂັ້ມງວດ, ເພື່ອປົກປັກຮັກສາຄວາມເປັນລະບຽບຮຽບຮ້ອຍ ແລະຄວາມສະຫງົບຂອງສັງຄົມຢ່າງແທ້ຈິງ.

ວັນທີ 15 ກໍລະກົດນີ້, ທ່ານ ຮຸນມາເນດ ນາຍົກລັດຖະມົນຕີ ທັງເປັນປະທານຄະນະກຳມະການປາບປາມການຫຼອກລວງທາງອິນເຕີເນັດແຫ່ງຊາດ ກຳປູເຈຍ ໄດ້ຮຽກໂຮມເຈົ້າແຂວງ, ຫົວໜ້າກົມຕຳຫຼວດ ແລະຜູ້ບັນຊາການທະຫານຂອງແຂວງຕ່າງໆ ເພື່ອຄົ້ນຄວ້າແລະວາງແຜນເຄື່ອນໄຫວປາບປາມການຫຼອກລວງທາງອິນເຕີເນັດຮ່ວມກັນ, ເຊິ່ງເປັນສັນຍານທີ່ສະແດງໃຫ້ເຫັນເຖິງການປະຕິບັດກົດໝາຍທີ່ເຂັ້ມແຂງ. ພ້ອມກັນນັ້ນ, ທ່ານກ່າວເຕືອນວ່າ, ເຈົ້າໜ້າທີ່ທີ່ບໍ່ປະຕິບັດໜ້າທີ່ຈະຖືກປົດຕຳແໜ່ງ.