ຫ້ອງ​ການ​ຖະ​ແຫຼງ​ຂ່າວ​​ລັດ​ຖະ​ບານຈີນ ຈັດ​ກອງ​ປະ​ຊຸມຖະ​ແຫຼງຂ່າວ​ກ່ຽວ​ກັບ “ການ​ສຳເລັດ​ແຜນ​​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ 5 ປີ​ຄັ້ງ​ທີ 14 ດ້ວຍ​ຄຸນ​ນະ​ພາບ​ສູງ” ​

CRI, July 17, 2025
Size:

ວັນທີ 17 ກໍລະກົດນີ້, ຫ້ອງການຖະແຫຼງຂ່າວລັດຖະບານຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວກ່ຽວກັບ “ການສຳເລັດແຜນພັດທະນາເສດຖະກິດສັງຄົມ 5 ປີຄັ້ງທີ 14 ດ້ວຍຄຸນນະພາບສູງ”, ທ່ານ ເຊີ່ນຊາງຢຸຍ ຫົວໜ້າກົມສິດຊັບສິນທາງປັນຍາແຫ່ງຊາດຈີນກ່າວວ່າ: ໃນ 5000 ຍີ່ຫໍ້ນຳໜ້າຂອງໂລກ, ມູນຄ່າຂອງຍີ່ຫໍ້ຈີນສູງເຖິງ 1760 ຕື້ໂດລາ, ເປັນອັນດັບສອງຂອງໂລກ.

ນອກຈາກນັ້ນ, ການນຳໃຊ້ສິດຊັບສິນທາງປັນຍາຂອງຈີນໄດ້ຮັບປະສິດທິຜົນໃໝ່, ອັດຕາການຫັນເປັນອຸດສາຫະກຳຂອງສິດທິບັດຂອງວິສາຫະກິດ ໄດ້ຍົກສູງຈາກ 44,9% ໃນປີ 2020 ເປັນ 53,3% ໃນປີ 2024, ຍອດມູນຄ່າຂາເຂົ້າຂາອອກຂອງມູນຄ່ານຳໃຊ້ສິດຊັບສິນທາງປັນຍາໄດ້ຍົກສູງຂຶ້ນຈາກ 319,44 ຕື້ຢວນໃນປີ 2020 ເປັນ 398,71 ຕື້ຢວນໃນປີ 2024, ຈັງຫວະເຕີບໂຕສະເລ່ຍຕໍ່ປີແມ່ນ 5,7%.