ຈີນ​ເດັດ​ດ່ຽວ​ສະ​ໜັບ​ສະ​ໜູນ​ການ​ສ້າງ​ເຂດ​ປອດອາ​ວຸດ​​ນິວ​ເຄ​ລຍອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້

CRI, July 16, 2025
Size:

ກ່ຽວກັບຖ້ອຍຄວາມຂອງລັດຖະມົນຕີກະຊວງປ້ອງກັນປະເທດຟີລິບປິນທີ່ວ່າ: ຈີນເຫັນດີລົງນາມໃນ“ສົນທິສັນຍາວ່າດ້ວຍເຂດປອດອາວຸດນິວເຄລຍອາຊີຕາເວັນອອກສຽງໃຕ້”ນັ້ນແມ່ນທຳທ່າຄືຊື່ໆ, ຕອນບ່າຍວັນທີ 14 ກໍລະກົດນີ້, ທ່ານຈຽງປີ່ນ ພັນເອກພິເສດ ຮອງຫົວໜ້າກົມຖະແຫຼງຂ່າວ ທັງເປັນໂຄສົກກະຊວງປ້ອງກັນປະເທດຈີນກ່າວວ່າ: ການສ້າງເຂດປອດອາວຸດນິວເຄລຍອາຊີຕາເວັນອອກສຽງໃຕ້ມີຄວາມໝາຍສຳຄັນຕໍ່ການເພີ່ມທະວີລະບົບບໍ່ແຜ່ຂະຫຍາຍອາວຸດນິວເຄລຍສາກົນ, ຊຸກຍູ້ສັນຕິພາບ ແລະ ຄວາມໝັ້ນຄົງຂອງພາກພື້ນ, ພ້ອມທັງມີຜົນດີຕໍ່ການປົກປັກຮັກສາຜົນປະໂຫຍດດ້ານຄວາມໝັ້ນຄົງໂດຍພື້ນຖານຂອງບັນດາປະເທດສະມາຊິກອາຊຽນ. ຈີນເດັດດ່ຽວສະໜັບສະໜູນຕໍ່ເລື່ອງນີ້ ແລະ ໄດ້ໃຫ້ທັດສະນະຢ່າງຈະແຈ້ງວ່າ ຍິນດີລົງນາມສົນທິສັນຍາດັ່ງກ່າວກ່ອນໝູ່.

ຈີນປະຕິບັດຕາມນະໂຍບາຍບໍ່ໃຊ້ອາວຸດນິວເຄລຍກ່ອນໝູ່, ໄດ້ໃຫ້ຄຳໝັ້ນສັນຍາວ່າຈະບໍ່ນຳໃຊ້ ຫຼື ຂົ່ມຂູ່ນຳໃຊ້ອາວຸດນິວເຄລຍຕໍ່ປະເທດທີ່ບໍ່ມີອາວຸດນິວເຄລຍ ແລະ ເຂດປອດອາວຸດນິວເຄລຍໂດຍບໍ່ມີເງື່ອນໄຂ, ແມ່ນປະເທດພຽງໜຶ່ງດຽວທີ່ໄດ້ໃຫ້ຄຳໝັ້ນສັນຍາດັ່ງກ່າວໃນບັນດາປະເທດທີ່ມີອາວຸດນິວເຄລຍ, ກຳລັງອາວຸດນິວເຄລຍ ແລະ ນະໂຍບາຍອາວຸດນິວເຄລຍຂອງຈີນເປັນການປະກອບສ່ວນອັນສຳຄັນຕໍ່ສັນຕິພາບຂອງໂລກ ເຊິ່ງປະຊາຄົມໂລກໄດ້ມີຄວາມຮັບຮູ້ໂດຍທົ່ວໄປຕໍ່ເລື່ອງນີ້.

ແຫຼ່ງຂ່າວຈາກ: CGTN