6 ເດືອນ​ຕົ້ນ​ປີ​ນີ້, ຄົນ​ຕ່າງ​ປະ​ເທດເດີນ​ທາງ​ເຂົ້າ​​ປະ​ເທດ​ຈີນ​ແບບ​ຍົກ​ເວັ້ນ​ວີຊາ ໃນ ບັນ​ລຸ 13,64 ລ້ານ​ເທື່ອ​ຄົນ ເພີ່ມ​ຂຶ້ນ 53,9% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ

CRI, July 16, 2025
Size:

ວັນທີ 16 ກໍລະກົດນີ້, ກົມຄຸ້ມຄອງຄົນເຂົ້າອອກເມືອງແຫ່ງຊາດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ, ໂດຍໃຫ້ຮູ້ວ່າ: ໃນ 6 ເດືອນຕົ້ນປີນີ້, ຈີນໄດ້ປະຕິບັດນະໂຍບາຍຍົກເວັ້ນວີຊາສຳລັບກຸ່ມນັກທ່ອງທ່ຽວຈາກປະເທດສະມາຊິກອາຊຽນທີ່ຜ່ານດ່ານຢູ່ກິ່ງແຂວງສິບສອງພັ່ນນາແຂວງຢຸນນານ, ແລະເພີ່ມອິນໂດເນເຊຍເຂົ້າເປັນປະເທດທີ່ສາມາດນຳໃຊ້ນະໂຍບາຍຜ່ານແດນຈີນແບບຍົກເວັ້ນວີຊາພາຍໃນ 240 ຊົ່ວໂມງ, ກົມຄຸ້ມຄອງຄົນເຂົ້າອອກເມືອງແຫ່ງຊາດຈີນໄດ້ຮ່ວມກັບພາກສ່ວນທີ່ກ່ຽວຂ້ອງອື່ນໆ ຕັ້ງໜ້າຊຸກຍູ້ການອຳນວຍຄວາມສະດວກໃຫ້ແກ່ຄົນຕ່າງປະເທດໃນດ້ານການຊຳລະບັນຊີ, ການພັກເຊົາ, ການຄົມມະນາຄົມແລະອື່ນໆ, ເຊິ່ງໄດ້ຊຸກຍູ້ການໄປມາຫາສູ່ກັນແລະການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງປະຊາຊົນຈີນກັບປະຊາຊົນຕ່າງປະເທດ. ໃນ 6 ເດືອນຕົ້ນປີນີ້, ຄົນຕ່າງປະເທດເດີນທາງເຂົ້າປະເທດຈີນແບບຍົກເວັ້ນວີຊາ ບັນລຸ 13,64 ລ້ານເທື່ອຄົນ, ກວມເອົາ 71,2% ຂອງຍອດຈຳນວນຄົນຕ່າງປະເທດທີ່ເດີນທາງເຂົ້າປະເທດຈີນ, ເພີ່ມຂຶ້ນ 53,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.