ວັນທີ 12 ກໍລະກົດນີ້, ທ່ານຫວາງຢີ້ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ ລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ກ່າວເຖິງການຮ່ວມມືຈີນ-ອາຊຽນຕໍ່ນັກຂ່າວໃນໄລຍະທີ່ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດປະຈຳປີກ່ຽວກັບການຮ່ວມມືອາຊີຕາເວັນອອກ.
ທ່ານຫວາງຢີ້ກ່າວວ່າ, ກອງປະຊຸມລັດຖະມົນຕີຕ່າງປະເທດກ່ຽວກັບການຮ່ວມມືອາຊີຕາເວັນອອກໃນປີນີ້ໄດ້ດຳເນີນໄປຢ່າງສະດວກ, ກອງປະຊຸມໄດ້ຮັບຜົນສຳເລັດທີ່ຕັ້ງໜ້າຕ່າງໆ, ເຊັ່ນ:
ໜຶ່ງ, ສອງຝ່າຍໄດ້ຢືນຢັນວ່າ ໄດ້ສຳເລັດການປຶກສາຫາລືກ່ຽວກັບເຂດການຄ້າເສລີຈີນ-ອາຊຽນ 3.0, ໂດຍໄດ້ສົ່ງສັນຍານຢ່າງຈະແຈ້ງວ່າ ພວກເຮົາຈະສືບຕໍ່ຊຸກຍູ້ການເຊື່ອມໂຍງເສດຖະກິດພາກພື້ນເຂົ້າເປັນອັນໜຶ່ງອັນດຽວກັນ, ສືບຕໍ່ສ້າງເຄືອຂ່າຍການຄ້າເສລີພາກພື້ນທີ່ມີລະດັບສູງ.
ສອງ, ສອງຝ່າຍໄດ້ບັນລຸຄວາມເຫັນທີ່ເປັນເອກະພາບກັນກ່ຽວກັບແຜນການດຳເນີນງານຂອງສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານຈີນ-ອາຊຽນໃນ 5 ປີຕໍ່ໜ້ານີ້, ໂດຍກຳນົດຢ່າງຈະແຈ້ງເຖິງເປົ້າໝາຍ ແລະ ໜ້າທີ່ແຫ່ງການຮ່ວມມືໃນທຸກທິດທາງໃນ 40 ກວ່າຂົງເຂດລະຫວ່າງຈີນ-ອາຊຽນໃນ 5 ປີຕໍ່ໜ້ານີ້, ເຊິ່ງໄດ້ເພີ່ມແຮງຂັບເຄື່ອນທີ່ແຂງແຮງເຂົ້າໃນການຮ່ວມມືຕົວຈິງໃນຂົງເຂດຕ່າງໆຂອງສອງຝ່າຍໃນໄລຍະຕໍ່ໜ້ານີ້.
ສາມ, ສອງຝ່າຍໄດ້ສະແດງຄວາມຊົມເຊີຍຕໍ່ການປຶກສາຫາລື “ກົດກ່ຽວກັບການປະພຶດຢູ່ທະເລຈີນໃຕ້” ໄດ້ສຳເລັດການອ່ານຄັ້ງທີ 3, ໂດຍເຫັນດີເປັນເອກະພາບກັນວ່າ ພະຍາຍາມສຳເລັດການປຶກສາຫາລືໃນປີ 2026 ເພື່ອບັນລຸ “ກົດ” ທີ່ມີປະສິດທິຜົນ ມີເນື້ອໃນດ້ານທາດແທ້ ທັງສອດຄ່ອງກັບກົດໝາຍສາກົນ ເຊິ່ງລວມທັງ “ສົນທິສັນຍາວ່າດ້ວຍກົດໝາຍທະເລຂອງອົງການສະຫະປະຊາຊາດ”, ນີ້ຈະສະໜອງສິ່ງຮັບປະກັນທີ່ແຂງແຮງກວ່າເກົ່າຕໍ່ສັນຕິພາບ ແລະ ສະຖຽນລະພາບຢູ່ທະເລຈີນໃຕ້.