ກອງປະຊຸມລັດຖະມົນຕີການຕ່າງປະເທດສຸດຍອດອາຊີຕາເວັນອອກຄັ້ງທີ 15 ຈັດຂຶ້ນຢູ່ກົວລາລຳເປີ

CRI, July 15, 2025
Size:

ວັນທີ 11 ກໍລະກົດນີ້, ກອງປະຊຸມສຸດຍອດລັດຖະມົນຕີການຕ່າງປະເທດສຸດຍອດອາຊີຕາເວັນອອກຄັ້ງທີ 15 ໄດ້ຈັດຂຶ້ນຢູ່ນະຄອນຫຼວງກົວລາລຳເປີຂອງມາເລເຊຍ, ທ່ານວາງຢີ້ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ, ລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ເຂົ້າຮ່ວມແລະກ່າວຄຳປາໄສ.

ທ່ານວາງຢີ້ກ່າວວ່າ, ປີນີ້ແມ່ນປີທີສ້າງຕັ້ງກອງປະຊຸມສຸດຍອດອາຊີຕາເວັນອອກຄົບຮອບ 20 ປີ, ບັນດາຝ່າຍຄວນໃຊ້ໂອກາດນີ້ເພື່ອເພີ່ມທະວີຄວາມເຂົ້າໃຈແລະຄວາມໄວ້ເນື້ອເຊື່ອໃຈກັນ, ປົກປັກຮັກສາສັນຕິພາບແລະຄວາມຫມັ້ນຄົງ, ສົ່ງເສີມການພັດທະນາແລະຄວາມຈະເລີນຮຸ່ງເຮືອງ. ຝ່າຍຈີນໄດ້ສະເໜີຂໍ້ສະເໜີ  3 ຂໍ້ດັ່ງນີ້:

1, ກັບຄືນສູ່ການສົນທະນາ: ເປົ້າໝາຍແຕ່ຫົວທີຂອງກອງປະຊຸມສຸດຍອດດັ່ງກ່າວ ແມ່ນເພື່ອດຳເນີນການສົນທະນາແບບສ້າງສັນ ແລະ ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈທາງຍຸດທະສາດ. ແຕ່ໃນຊຸມປີມໍ່ໆມານີ້ ບາງປະເທດນອກພາກ ພື້ນໄດ້ພ້ຽນຈາກເສັ້ນທາງນີ້ໄປ, ປັ້ນຂ່າວຄວາມຂັດແຍ້ງກັນ ແລະ ແຊກແຊງວຽກງານພາຍໃນຂອງປະເທດອື່ນ. ຫວັງວ່າບັນດາຝ່າຍຈະສາມາດເຄົາລົບເຊິ່ງກັນແລະກັນ, ເພີ່ມຄວາມເຂົ້າໃຈແລະຮ່ວມມືກັນ.

2, ກັບຄືນສູ່ການພັດທະນາ: ຜ່ານການຮ່ວມມືແບບຕິດແທດຕົວຈິງ, ພະຍາຍາມເຮັດໃຫ້ປະຊາຊົນໃນພາກພື້ນອາຊີຕາເວັນອອກມີຊີວິດທີ່ດີຂຶ້ນ. ລັດທິຝ່າຍດຽວແລະລັດທິປົກປ້ອງແມ່ນເປັນອັນຕະລາຍ, ຈີນຍິນດີຮ່ວມກັບທຸກຝ່າຍເພື່ອລະດົມພະລັງຊີວິດການເຕີບໂຕຂອງພາກພື້ນ.

3, ກັບຄືນສູ່ການເປີດປະຕູສູ່ພາຍນອກ: ພວກເຮົາສະໜັບສະໜູນໂຄງສ້າງ ການຮ່ວມມືພາກພື້ນທີ່ອາຊຽນເປັນແກນນຳ, ປົກປັກຮັກສາລະບົບການຄ້າຫຼາຍຝ່າຍຢ່າງເດັດດ່ຽວ, ສ້າງເຂດການຄ້າເສລີພາກພື້ນທີ່ມີລະດັບສູງ ແລະຊຸກຍູ້ການສ້າງຄວາມເປັນອັນໜຶ່ງອັນດຽວກັນຂອງພາກພື້ນ.