ວັນທີ 11 ກໍລະກົດນີ້, ທ່ານ ວາງຢີ້ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ, ລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດປະຈຳປີກ່ຽວກັບການຮ່ວມມືອາຊີຕາເວັນອອກທີ່ນະຄອນຫຼວງກົວລາລຳເປີ ແລະ ໄດ້ຊີ້ແຈງຫຼັກໝັ້ນຂອງຝ່າຍຈີນກ່ຽວກັບ "ຄະດີຕັດສິນກ່ຽວກັບທະເລຈີນໃຕ້”. ທ່ານວາງຢີ້ກ່າວວ່າ: ການທີ່ຟິລິບປິນສະເໜີ "ຄະດີຕັດສິນທະເລຈີນໃຕ້" ແຕ່ຝ່າຍດຽວນັ້ນ ແມ່ນຂັດກັບຂໍ້ກຳນົດທີ່ກ່ຽວຂ້ອງໃນ “ຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍທະເລຈີນໃຕ້”.
ທ່ານວາງຢີ້ເນັ້ນໜັກວ່າ: ບໍ່ວ່າຈະເປັນການສ້າງ "ສານຕັດສິນຄະດີທະເລຈີນໃຕ້" ຫຼື ການປ່າວຂ່າວໃນພາຍຫຼັງ, ລ້ວນແຕ່ມີປະເທດນອກພາກພື້ນວາງແຜນການແລະຄວບຄຸມຢູ່ເບື້ອງຫຼັງ ໂດຍມີຈຸດປະສົງສ້າງຄວາມວຸ້ນວາຍໃຫ້ທະເລຈີນໃຕ້ ເພື່ອຍາດໄດ້ຜົນປະໂຫຍດໃຫ້ຕົນເອງ. ປັດຈຸບັນ, ປະເທດໃນໂລກນັບມື້ນັບຫຼາຍຂຶ້ນໄດ້ເຫັນແຈ້ງເຖິງທາດແທ້ຂອງລະຄອນຕະຫຼົກເລື່ອງນີ້. ຈີນພວມເລັ່ງລັດປຶກສາຫາລືກັບປະເທດສະມາຊິກໃນອາຊຽນ ເພື່ອສ້າງທະເລຈີນໃຕ້ທີ່ມີສັນຕິພາບ, ການຮ່ວມມືແລະມິດຕະພາບ. ການກະທຳທຸກຢ່າງທີ່ຢາກສ້າງຄວາມວຸ້ນວາຍ ຫຼື ຄວາມຂັດແຍ້ງກັນນັ້ນ ລ້ວນແຕ່ຈະຫຼົ້ມແຫຼວໃນທີ່ສຸດ.