6 ເດືອນຕົ້ນປີນີ້, ຍອດຈໍານວນຄົນເຂົ້າ-ອອກເມືອງຜ່ານດ່ານຕາລົ້ວທີ່ຕັ້ງຢູ່ຊາຍແດນຈີນ-ມຽນມາມີຫຼາຍກວ່າ 1.060.000 ເທື່ອຄົນ

CRI, July 14, 2025
Size:

ອີງຕາມຕົວເລກຂໍ້ມູນຈາກດ່ານກວດກາຄົນເຂົ້າ-ອອກເມືອງຕາລົ້ວທີ່ຕັ້ງຢູ່ຊາຍແດນຈີນ-ມຽນມາແຈ້ງໃຫ້ຮູ້ໃນວັນທີ 9 ກໍລະກົດນີ້ວ່າ: 6 ເດືອນຕົ້ນປີນີ້, ຍອດຈໍານວນຄົນເຂົ້າ-ອອກເມືອງຜ່ານດ່ານຕາລົ້ວທີ່ຕັ້ງຢູ່ຊາຍແດນຈີນ-ມຽນມາມີຫຼາຍກວ່າ 1.060.000 ເທື່ອຄົນ, ເພີ່ມຂຶ້ນ 31,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024, ໃນນັ້ນ, ສະເພາະເດືອນມິຖຸນາແລ້ວນີ້, ຈໍານວນຄົນເຂົ້າ-ອອກເມືອງສະເລ່ຍແລ້ວມີຫຼາຍກວ່າ 6.000 ເທື່ອຄົນຕໍ່ມື້.


ນັບແຕ່ຕົ້ນປີນີ້ມາ, ການຄ້າຕາມຊາຍແດນຈີນ-ມຽນມາໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ, ເຮັດໃຫ້ຍອດຈໍານວນຄົນ, ລົດ ແລະ ສິນຄ້າທີ່ເຂົ້າ-ອອກເມືອງຜ່ານດ່ານຕາລົ້ວເພີ່ມຂຶ້ນຢ່າງວ່ອງໄວ. ໃນໄຕມາດທີ 2 ຂອງປີນີ້, ຍອດຈໍານວນຄົນເຂົ້າອອກ-ເມືອງຜ່ານດ່ານດັ່ງກ່າວໄດ້ຮັກສາສະພາບການເຕີບໂຕຢ່າງແຂງແຮງຄືໄຕມາດທໍາອິດຂອງປີນີ້.