ວັນທີ 9 ກໍລະກົດນີ້, ກະຊວງສາທາລະນະສຸກໄທປະກາດວ່າ ນັບແຕ່ວັນທີ 9 ກໍລະກົດນີ້ເປັນຕົ້ນໄປ ສຳລັບການຈຳໜ່າຍກັນຊາໃນທົ່ວປະເທດຈະປະຕິບັດລະບຽບການຄຸ້ມຄອງຕາມໃບສັ່ງຢາຢ່າງຮອບດ້ານ. ຕາມລະບຽບການໃໝ່ດັ່ງກ່າວກຳນົດວ່າ, ຈຸດຂາຍກັນຊາທັງໝົດຕ້ອງອີງໃສ່ໃບສັ່ງຢາຂອງແພດໝໍທີ່ມີໃບອະນຸຍາດຈຶ່ງຈະສາມາດຈຳໜ່າຍກັນຊາໄດ້. ກະຊວງສາທາລະນະສຸກຈະຈັດຕັ້ງປະຕິບັດການຝຶກອົບຮົມສະເພາະເພື່ອຮັບປະກັນໃຫ້ພະນັກງານແພດໝໍຮັບຮູ້ເຂົ້າໃຈກ່ຽວກັບລະບຽບການອອກໃບສັ່ງຢາ.
ທ່ານ ທານາກຼິດ ຈີທາຣີຣັດ ເລຂາທິການປະຈຳການກະຊວງສາທາລະນະສຸກໄທເປີດເຜີຍໃຫ້ຮູ້ວ່າ: ນັບແຕ່ໄທປະຕິບັດນະໂຍບາຍການໃຊ້ກັນຊາຖືກຕ້ອງຕາມກົດໝາຍໃນປີ2022ເປັນຕົ້ນມາ, ປະລິມານການໃຊ້ກັນຊາໃນປະເທດໄທໄດ້ເພີ່ມຂຶ້ນ10ເທົ່າ, ສິ່ງນີ້ໄດ້ຊຸກຍູ້ໃຫ້ລັດຖະບານວາງມາດຕະການຄວບຄຸມຢ່າງເຂັ້ມງວດກວ່າເກົ່າ.
ຕາມຂ່າວສານໄທແຈ້ງຂ່າວວ່າ: ມາດຕະການຄຸ້ມຄອງກັນຊາທີ່ໃຊ້ເປັນຢາ ທີ່ກະຊວງສາທາລະນະສຸກໄທປະກາດໃຊ້ຫຼ້າສຸດ ໄດ້ກຳນົດຢ່າງຈະແຈ້ງໂດຍຈັດເອົາ ກັນຊາ ເປັນພືດການຢາທີ່ຕ້ອງຄວບຄຸມຕາມໃບສັ່ງຢາ, ໂດຍກຳນົດໃຫ້ຜູ້ຈຳໜ່າຍທັງໝົດຕ້ອງກວດຄືນໃບສັ່ງຢາ, ພ້ອມທັງສ້າງຕັ້ງລະບົບສືບຫາແຫຼ່ງທີ່ມາທີ່ໄດ້ມາດຕະຖານ.
ແຫຼ່ງຂ່າວຈາກ: CGTN