ທ່ານ​ຫວາງ​ຢີ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ລັດ​ຖະ​ມົ​ນ​ຕີ​ຕ່າງ​ປະ​ເທດ​ອາ​ຊຽນ​ກັບ​ຈີນ ຍີ່​ປຸ່ນ ແລະ ສ ເກົາຫຼີ

CRI, July 13, 2025
Size:

ວັນທີ 10 ກໍລະກົດນີ້, ທ່ານຫວາງຢີ້ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ ລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນກັບຈີນ ຍີ່ປຸ່ນ ແລະ ສ ເກົາຫຼີ ຫຼື ອາຊຽນ+3 ຢູ່ນະຄອນຫຼວງກົວລາລຳເປີປະເທດມາເລເຊຍ. 

ທ່ານຫວາງຢີ້ໄດ້ສະເໜີຂໍ້ສະເໜີ 4 ຂໍ້ກ່ຽວກັບການຮ່ວມມືອາຊຽນ+3ໃນໄລຍະຕໍ່ໜ້າ ຄື: ໜຶ່ງ, ສ້າງອາຊີຕາເວັນອອກທີ່ພັດທະນາແບບເຊື່ອມໂຍງເຂົ້າກັນ. ສອງ, ສ້າງອາຊີຕາເວັນອອກທີ່ມີຄວາມເຂັ້ມແຂງໝັ້ນໜຽວ. ສາມ, ສ້າງອາຊີຕາເວັນອອກທີ່ມີພະລັງຊີວິດດ້ານການປະດິດສ້າງໃໝ່. ສີ່, ສ້າງອາຊີຕາເວັນອອກທີ່ມີວັດທະນະທຳ ເຊື່ອມຈອດກັນ. ທ່ານຫວາງຢີ້ເນັ້ນໜັກວ່າ, ຈີນຍິນດີເພີ່ມແຮງຂັບເຄື່ອນໃໝ່ເຂົ້າໃນການພັດທະນາຮ່ວມກັນຂອງພາກພື້ນດ້ວຍການພັດທະນາທີ່ໝັ້ນທ່ຽງຂອງຕົນ, ແລະສະໜອງໂອກາດໃໝ່ເພື່ອຮ່ວມກັນສ້າງອະນາຄົດທີ່ດີງາມກວ່າເກົ່າຂອງອາຊີຕາເວັນອອກ.

ຝ່າຍຕ່າງໆທີ່ເຂົ້າຮ່ວມກອງປະຊຸມເຫັນດີເປັນເອກະພາບກັນຊຸກຍູ້ການປະຕິບັດ “ສັນຍາວ່າດ້ວຍສາຍພົວພັນຄູ່ຮ່ວມເສດຖະກິດຮອບດ້ານໃນພາກພື້ນ”, ປັບປຸງເຄືອຂ່າຍຄວາມໝັ້ນຄົງດ້ານການເງິນໃນພາກພື້ນໃຫ້ຄົບຖ້ວນສົມບູນ, ຍົກສູງລະດັບການຮ່ວມມືດ້ານຄວາມໝັ້ນຄົງຂອງສະບຽງອາຫານ, ທັງໄດ້ວາງຂໍ້ສະເໜີກ່ຽວກັບການຮ່ວມມືດ້ານການປະດິດສ້າງໃໝ່ ເຊັ່ນ: ປັນຍາປະດິດ ການຫັນປ່ຽນຮູບແບບການພັດທະນາໃນທາງດິຈິຕອນ, ການຮ່ວມມືດ້ານຄວາມໝັ້ນຄົງ ເຊິ່ງລວມທັງການປາບປາມອາດຊະຍາກຳຂ້າມຊາດ, ຊຸກຍູ້ການແລກປ່ຽນວັດທະນະທຳສັງຄົມ ແລະ ອື່ນໆ.