ຊຸດ​ອົບ​ຮົມ​ພາຍ​ໃຕ້​ແຜນ​ການ​ອົບ​ຮົມ​ນັກ​ການ​ທູດ​ໃນ​ອະ​ນາ​ຄົດ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ 2025 ຈັດ​ຢູ່​ນະ​ຄອນ​ຕ້າ​ລຽນ​ຢ່າງ​ສຳ​ເລັດ​ຜົນ

lmcchina.org, July 10, 2025
Size:

ລະຫວ່າງວັນທີ 25-29 ມິຖຸນາ 2025, ຊຸດອົບຮົມ “ລົງເລິກການຮ່ວມມືດ້ານສາທາລະນະສຸກ ແລະ ການພັດທະນາ ຮ່ວມກັນສ້າງປະຊາຄົມຮ່ວມຊາຕາກຳແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ” ພາຍໃຕ້ແຜນການອົບຮົມນັກການທູດໃນອະນາຄົດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງປີ 2025 ໄດ້ຈັດຂຶ້ນຢູ່ນະຄອນຕ້າລຽນປະເທດຈີນ. ມີສຳມະນາກອນຜູ້ດີເດັ່ນປະມານ 80 ຄົນເຂົ້າຮ່ວມ, ມີນັກວິຊາການເກືອບ 20 ຄົນທີ່ມາຈາກສະຖາບັນການສຶກສາຊັ້ນສູງ ແລະ ອົງການຈັດຕັ້ງຕ່າງໆໄດ້ໃຫ້ການບັນລະຍາຍ.

ໃນພິທີເປີດຊຸດອົບຮົມ, ບັນດາສຳມະນາກອນໄດ້ຮັບຊົມການກ່າວຄຳປາໄສຜ່ານທາງວີດີໂອຂອງ ທ່ານ ຫວາງ ເຕີຊິ່ນ ທີ່ເປິກສາກົມອາຊີກະຊວງການຕ່າງປະເທດຈີນ, ທ່ານ ຫວາງ ເຕີຊິ່ນ ໄດ້ສະແດງຄວາມຊົມເຊີຍຕໍ່ການຈັດຊຸດອົບຮົມໃນຄັ້ງນີ້, ພ້ອມທັງໄດ້ຝາກຄວາມຫວັເປັນຢ່າງຍິ່ງຕໍ່ບັນດາສຳມະນາກອນ.

ການສົນທະນາລະດັບສູງໄດ້ສຸມໃສ່ໂອກາດໃໝ່ແຫ່ງການຮ່ວມມືດ້ານສາທາລະນະສຸກ ແລະ ການຮ່ວມມື, ໄດ້ລົງເລິກແລກປ່ຽນຄວາມຄິດຄວາມເຫັນໂດຍປິ່ນອ້ອມຫົວຂໍ້ຕ່າງໆ ເຊັ່ນ: ທິດທາງການພັດທະນາຂອງກົນໄກການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ການຮ່ວມກັນພັດທະນາວຽກງານສາທາລະນະສຸກໃນພາກພື້ນ, ບົດຮຽນຂອງຈີນໃນການຫຼຸດຜ່ອນຄວາມທຸກຍາກດ້ວຍການຮັບປະກັນສຸຂະພາບ ແລະອື່ນໆ, ໄດ້ເຕົ້າໂຮມຄວາມເຫັນທີ່ເປັນເອກະພາບກັນກ່ຽວກັບການຮ່ວມມືໃນພາກພື້ນ.


ເວທີເປິກສາຫາລືໂຕະມົນໄດ້ຄົ້ນຄວ້າຫາລືກົນໄກການຊ່ວຍເຫຼືອດ້ານສາທາລະນະສຸກ ແລະ ການປະສານງານດ້ານການຫຼຸດຜ່ອນຄວາມທຸກຍາກລະຫວ່າງປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ.

ໃນຂັ້ນຕອນແລກປ່ຽນວັດທະນະທຳ, ສາສະດາຈານ ໂຈ່ວ ຊິ້ງເຈ ຫົວໜ້າສູນຄົ້ນຄວ້າການແລກປ່ຽນດ້ານກິລາກັບຕ່າງປະເທດຂອງສະຖາບັນການຕ່າງປະເທດໄດ້ຜ່ານການແນະນຳມວຍໄທເກັກ ເພື່ອບັນລະຍາຍການປະສານງານຢ່າງກົມກຽວລະຫວ່າງທັດສະນະ “ຄວາມກົມກຽວລະກວ່າງຢິ່ນກັບຢາງ” ກັບ ການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ເຊິ່ງໄດ້ລົງເລິກການແລກປ່ຽນວັດທະນະທຳ ແລະ ການເຊື່ອມໂຍງດ້ານຈິດໃຈຂອງປະຊາຊົນ.

ໃນການຈຳລອງກອງປະຊຸມລັດຖະມົນຕີການຕ່າງປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ສຳມະນາກອນຈາກ 6 ປະເທດໄດ້ບັນລະຍາຍທັດສະນະໂດຍປິ່ນອ້ອມຫົວຂໍ້ຫຼັກ, ພ້ອມທັງມີແຜນການຈະຮ່ວມກັນເຜີຍແຜ່ “ຂໍ້ລິເລີ່ມກ່ຽວກັບການຮ່ວມມືດ້ານສາທາລະນະສຸກ ແລະ ການພັດທະນາແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງປີ 2025”.

ບັນດາສຳມະນາກອນຍັງໄດ້ເດີນທາງໄປທັດສະນະສຶກສາຢູ່ໂຮງງານຕົວແບບຂອງຫໍພິພິທະພັນຄວາມລັບຊີວະພາບຕ້າລຽນ, ສຳຜັດໂດຍກົງກ່ຽວກັບການປະດິດສ້າງໃໝ່ ແລະ ການນຳໃຊ້ເຕັກໂນໂລຊີຮັກສາຊີວະພາບ Plastination ໃນການສຶກສາດ້ານການແພດ ແລະ ວຽກງານສາທາລະນະສຸກ.