ຈີນ ມຽນ​ມາ ແລະ ໄທ: ກຳ​ຈັດເຂດ​ນິ​ຄົມຫຼອກ​ລວງ​ທາງ​ໂທ​ລະ​ຄົມ​ຢ່າງ​ຮອບ​ດ້ານ

lmcchina.org, July 10, 2025
Size:

ວັນທີ 4 ກໍລະກົດ2025, ກອງປະຊຸມລະດັບກະຊວງຄັ້ງທີ 2 ລະຫວ່າງຈີນ ມຽນມາ ແລະ ໄທ ກ່ຽວກັບການປາບປາມອາດຊະຍາກຳຫຼອກລວງທາງໂທລະຄົມ ແລະ ອິນເຕີເນັດໄດ້ຈັດຂຶ້ນຢູ່ນະຄອນຫຼວງເນປີດໍປະເທດ  ມຽນມາ. ໃນກອງປະຊຸມຄັ້ງນີ້, ພາກສ່ວນກ່ຽວຂ້ອງຂອງ 3 ປະເທດໄດ້ບັນລຸຄວາມເຫັນຕ່າງໆທີ່ເປັນເອກະພາບກັນກ່ຽວກັບການລົງເລິກການຮ່ວມມືດ້ານວຽກງານປ້ອງກັນຄວາມສະຫງົບ ແລະ ການປະຕິບັດກົດໝາຍ, ຈະສືບຕໍ່ຮ່ວມມືກັນປາບປາມອາດຊະຍາກຳສໍ້ໂກງທາງໂທລະຄົມ ແລະ ອິນເຕີເນັດຢູ່ເມຍວາດີ ແລະ ແຫ່ງອື່ນໆຢ່າງເຂັ້ມງວດ, ກຳຈັດເຂດນິຄົມຫຼອກລວງທາງໂຄລະຄົມ ແລະ ອິນເຕີເນັດຢ່າງຮອບດ້ານ, ຈັບຜູ້ຕ້ອງຫາທີ່ກ່ຽວຂ້ອງກັບການຫຼອກລວງທັງໝົດ, ກຳຈັດພື້ນຖານແຫ່ງອາດຊະຍາກຳທີ່ກ່ຽວຂ້ອງກັບການຫຼອກລວງຢ່າງເດັດຂາດ, ປົກປ້ອງສິດຜົນປະໂຫຍດທີ່ຖືກກົດໝາຍຂອງປະຊາຊົນປະເທດຕ່າງໆຢ່າງແທ້ຈິງ.

ຕາມຂ່າວແຈ້ງໃຫ້ຮູ້ວ່າ: ນັບແຕ່ຕົ້ນປີນີ້ມາ, ພາກສ່ວນທີ່ກ່ຽວຂ້ອງຂອງຈີນ ມຽນມາ ແລະ ໄທໄດ້ຮ່ວມມືກັນປາບປາມອາດຊະຍາກຳຫຼອກລວງທາງໂທລະຄົມ ແລະ ອິນເຕີເນັດຢູ່ເຂດເມຍວາດີຢ່າງແຂງແຮງ, ໄດ້ຈັບຕົວ ແລະ ສົ່ງຄືນຜູ້ຕ້ອງຫາສັນຊາດຈີນທີ່ກ່ຽວຂ້ອງກັບການຫຼອກລວງແບບລວມສູນ ມີຈຳນວນ 5.400 ກວ່າຄົນ, ເຊິ່ງຖືວ່າໄດ້ຮັບຜົນງານຢ່າງພົ້ນເດັ່ນ.