ອີງຕາມແຫຼ່ງຂ່າວຈາກກະຊວງຖະແຫຼງຂ່າວກຳປູເຈຍແຈ້ງຂ່າວໃນວັນທີ 8 ກໍລະກົດນີ້ ໃຫ້ຮູ້ວ່າ: ທ່ານ ເພນ ໂຊວິຈິດ ໂຄສົກກະຊວງການຄ້າກຳປູເຈຍກ່າວຢືນຢັນວ່າ: ປັດຈຸບັນ, ກຳປູເຈຍມີຜະລິດຕະພັນກະສິກຳ300ກວ່າຊະນິດສາມາດສົ່ງອອກໄປຂາຍຢູ່ຕະຫຼາດຈີນ ແລະ ປະເທດຕົນກຳລັງຕັ້ງໜ້າພະຍາຍາມຫາໂອກາດເພື່ອເປີດກວ້າງການສົ່ງອອກໄປຈີນຕື່ມອີກ.
ກຳປູເຈຍແລະຈີນໄດ້ເຊັນສັນຍາການຄ້າເສລີສອງຝ່າຍໃນເດືອນມັງກອນປີ2022. ອີງຕາມສັນຍາດັ່ງກ່າວ, ກຳປູເຈຍໄດ້ຮັບອະນຸມັດໃຫ້ສົ່ງອອກຜະລິດຕະພັນກະສິກຳ 300 ກວ່າຊະນິດໄປຂາຍຢູ່ຕະຫຼາດຈີນ,ພ້ອມດຽວກັນນັ້ນ ຈີນກໍສາມາດສົ່ງອອກສິນຄ້າຕ່າງໆໄປຂາຍຢູ່ກຳປູເຈຍເຊັ່ນ: ວັດສະດຸກໍ່ສ້າງ, ວັດຖຸດິບສຳລັບຜະລິດເຄື່ອງນຸ່ງ, ຜະລິດຕະພັນໜັງຟອກ, ຫົວອາຫານສັດ, ໝາກໄມ້, ຜະລິດຕະພັນເອເລັກໂຕຣນິກ ແລະລົດຍົນເປັນຕົ້ນ.
ແຫຼ່ງຂ່າວຈາກ: CGTN