ວັນທີ 21 ມິຖຸນາ 2025, ໃນເຂດວາງສະແດງກ່ຽວກັບພະລັງງານສີຂຽວຂອງງານວາງ ສະແດງສິນຄ້າຈີນ-ອາຊີໃຕ້ຄັ້ງທີ 9 ທີ່ຈັດຂຶ້ນຢູ່ນະຄອນຄຸນໝິງ ແຂວງຢູນນານ, ບໍລິສັດພະລັງງານສາກົນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ຂອງກຸ່ມບໍລິສັດຕາໜ່າງໄຟຟ້າພາກໃຕ້ຈີນ ໄດ້ວາງສະແດງຜົນງານການຊຸກຍູ້ການຮ່ວມມືກັບປະເທດອ້ອມຂ້າງຢ່າງຮອບດ້ານ.
ນັບແຕ່ໄດ້ບັນລຸການເຊື່ອມໂຍງເຂົ້າກັບລະບົບສາຍສົ່ງໄຟຟ້າຂອງປະເທດອ້ອມຂ້າງເປັນຄັ້ງທຳອິດໃນວັນທີ 25 ກັນຍາ 2004 ເປັນຕົ້ນມາ, ກຸ່ມບໍລິສັດຕາໜ່າງໄຟຟ້າພາກໃຕ້ຈີນ ໄດ້ປະສານງານ ແລະ ຈັດສັນ ພະລັງງານໄຟຟ້າກັບປະເທດລາວ, ມຽນມາ ແລະ ຫວຽດນາມ ຫຼາຍກວ່າ 76 ຕື້ກິໂລວັດໂມງ, ໃນນັ້ນ, ພະລັງງານສະອາດກວມເອົາ 90% ຂຶ້ນໄປ. ກຸ່ມບໍລິສັດຍັງໄດ້ສ້າງຕັ້ງສະມາຄົມສົ່ງເສີມການສ້າງມາດຕະຖານເຕັກນິກພະລັງງານໄຟຟ້າໃນພາກພື້ນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ຫຼື LM ແລະ ຫ້ອງທົດລອງຮ່ວມແຫ່ງການຮ່ວມມືສາກົນດ້ານເຕັກນິກພະລັງງານໄຟຟ້າ LM. ໃນດ້ານການສົ່ງເສີມຄວາມເຂົ້າໃຈລະຫວ່າງປະຊາຊົນ, ກຸ່ມບໍລິສັດໄດ້ອີງໃສ່ໂຄງການສຳຄັນຕ່າງໆ ເຊັ່ນ: ໂຄງການສາຍສົ່ງໄຟຟ້າແຫ່ງຊາດລາວ, ໂຄງການເຊື່ອມຕໍ່ສາຍສົ່ງໄຟຟ້າ 500 ກິໂລໂວນ ຈີນ-ລາວ, ໂຄງການສະໜອງໄຟຟ້າເຂົ້າທາງລົດໄຟຈີນ-ລາວ ເປັນຕົ້ນ, ໄດ້ຕັ້ງໜ້າຮັບໃຊ້ຊີວິດການເປັນຢູ່ຂອງປະຊາຊົນໃນທ້ອງຖິ່ນ, ຊຸກຍູ້ການແລກປ່ຽນດ້ານວັດທະນະທຳ, ໄດ້ສະໜອງຄວາມຊ່ວຍເຫຼືອດ້ານການກູ້ໄພແຜ່ນດິນໄຫວຢູ່ມຽນມາຄັ້ງວັນທີ 28 ມີນາ 2025, ໃຫ້ຄວາມຊ່ວຍເຫຼືອແກ່ປະເທດຫວຽດນາມ ແລະ ສປປ ລາວ ໃນເວລາປະເທດດັ່ງກ່າວເກີດໄພນໍ້າຖ້ວມ; ໄດ້ບຳລຸງສ້າງພະນັກງານບໍລິຫານ ແລະ ນັກວິຊາການຊັ້ນກາງ ແລະ ຊັ້ນສູງໃນຂົງເຂດທີ່ກ່ຽວຂ້ອງກັບພະລັງງານໄຟຟ້າໃນພາກພື້ນ LM ຫຼາຍກວ່າ 1.000 ຄົນ ກໍຄື ນັກສຶກສາຂອງປະເທດຢູ່ລຽບຕາມແມ່ນໍ້າຂອງທີ່ຮຽນຢູ່ຈີນ 171 ຄົນ ເຊິ່ງເປັນການອະທິບາຍຢ່າງມີຊີວິດຊີວາກ່ຽວກັບ "ໃຈຍິ່ງໃກ້ກັນ, ຄົນຍິ່ງຮັກແພງກັນ ແລະ ຄວາມສໍາພັນຍິ່ງເລິກເຊິ່ງແໜ້ນແຟ້ນຂຶ້ນ" ສໍາລັບການຮ່ວມມື LM.
ໃນບັນດາເຂດວາງສະແດງ, ຜູ້ເຂົ້າຊົມຍັງສາມາດໄດ້ເຫັນທິວທັດຕອນກາງຄືນທີ່ເຕັມໄປດ້ວຍແສງສີຂອງຕົວເມືອງສຳຄັນຂອງປະເທດຫວຽດນາມ, ລາວ, ມຽນມາ, ໄທ ແລະ ກຳປູເຈຍໂດຍຜ່ານອຸປະກອນ VR; ຜ່ານໜ້າຈໍສະແດງຂໍ້ມູນສະຖິຕິ, ຮັບຮູ້ຢ່າງຮອບດ້ານກ່ຽວກັບຜົນສຳເລັດຂອງກຸ່ມບໍລິສັດຕາໜ່າງໄຟຟ້າພາກໃຕ້ຈີນໃນການສ້າງຈຸດເຊື່ອມໂຍງດ້ານພະລັງງານສີຂຽວໃນພາກພື້ນໂດຍເສີມຂະຫຍາຍທ່າແຮງດ້ານທີ່ຕັ້ງພູມສາດ ແລະ ດ້ານວິຊາສະເພາະຂອງແຂວງຢູນນານ.