ລັດ​ຖະ​ບານ​ໄທ​ຖອນ​ຄືນ​ຮ່າງ “​ກົດ​ໝາຍວ່າ​ດ້ວຍສະ​ຖານ​ທີ່​ບັນ​ເທີງ​ຄົບ​ວົງ​ຈອນສະ​ບັບ​ປັບ​ປຸງ” ຢ່າງ​ເປັນ​ທາງ​ການ

CRI, July 9, 2025
Size:

ວັນທີ 8 ກໍລະກົດນີ້, ທ່ານຈິຣາຢູ ຫ່ວງຊັບ ໂຄສົກສຳນັກງານນາຍົກໄທເປີດເຜີຍຕໍ່ສື່ມວນຊົນວ່າ, ກອງປະຊຸມຄະນະລັດຖະບານທີ່ຈັດຂຶ້ນໃນມື້ດຽວກັນໄດ້ຮັບຮອງເອົາຂໍ້ສະເໜີຂອງກະຊວງການເງິນ, ໂດຍເຫັນດີຖອນຄືນວາລະທີ່ຍື່ນຮ່າງ   “ກົດໝາຍວ່າດ້ວຍສະຖານທີ່ບັນເທີງຄົບວົງຈອນສະບັບປັບປຸງ” ໄປພິຈາລະນາໃນລັດຖະສະພາ.

ກ່ອນໜ້ານີ້, ກະຊວງການເງິນໄດ້ຍື່ນຮ່າງກົດໝາຍດັ່ງກ່າວ, ໂດຍມີເນື້ອໃນທີ່ສຳຄັນວ່າ ອະນຸຍາດໃຫ້ເປີດບໍລິການປະເພດ “ບັນເທີງຄົບວົງຈອນ”, ເຊິ່ງລວມທັງຮ້ານພະນັນຖືກກົດໝາຍ, ພ້ອມທັງສ້າງຕັ້ງກົນໄກການຕິດຕາມຄຸ້ມຄອງເພື່ອດຳເນີນການຕິດຕາມຄຸ້ມຄອງ.

ເນື່ອງຈາກຮ່າງ “ກົດໝາຍວ່າດ້ວຍສະຖານທີ່ບັນເທີງຄົບວົງຈອນສະບັບປັບປຸງ” ພົວພັນເຖິງບັນຫາການເປີດຮ້ານພະນັນຖືກກົດໝາຍ, ຈຶ່ງເຮັດໃຫ້ເກີດການໂຕ້ຖຽງກັນໃນວົງການການເມືອງ ແລະ ສັງຄົມ. ຫຼັງຈາກລັດຖະບານຊຸດໃໝ່ດຳລົງຕຳແໜ່ງໃນວັນທີ 1 ກໍລະກົດນີ້, ກະຊວງການເງິນໄດ້ສະເໜີໃຫ້ຖອນຄືນວາລະການພິຈາລະນາຮ່າງກົດໝາຍດັ່ງກ່າວ. ຫຼັງຈາກນັ້ນກອງປະຊຸມຄະນະລັດຖະບານທີ່ຈັດຂຶ້ນໃນວັນທີ 8 ກໍລະກົດນີ້ໄດ້ອະນຸມັດຂໍ້ສະເໜີດັ່ງກ່າວ.