ທ່ານ​ໂດ​ນັນ ທ​ຣຳ​ຈ​ະ​ເກັບ​ພາ​ສີ 25% - 40% ຕໍ່​ຜະ​ລິດ​ຕະ​ພັນ​ທີ່​ນຳ​ເຂົ້າ​ຈາກ 14 ປະ​ເທດ ເຊິ່ງ​ລວມ​ທັງ 6 ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ

CRI, July 9, 2025
Size:

ວັນທີ 7 ກໍລະກົດນີ້, ທ່ານໂດນັນ ທຣຳ ປະທານາທິບໍດີອາເມຣິກາໄດ້ສົ່ງຈົດໝາຍເຖິງຜູ້ນຳ 14 ປະເທດ ເຊິ່ງລວມທັງ 6 ປະເທດສະມາຊິກອາຊຽນ ຄື: ລາວ, ມາເລເຊຍ, ມຽນມາ, ອິນໂດເນເຊຍ, ກຳປູເຈຍ ແລະ ໄທ ໂດຍແຈ້ງວ່າຈະເກັບພາສີໃນອັດຕາ 25% -40%ຕໍ່ຜະລິດຕະພັນທີ່ນຳເຂົ້າຈາກ 14 ປະເທດດັ່ງກ່າວ.

ວັນທີ 7 ກໍລະກົດນີ້, ທ່ານໂດນັນ ທຣຳກ່າວວ່າ, ເລີ່ມແຕ່ວັນທີ 1 ສິງຫາ 2025 ເປັນຕົ້ນໄປ, ອາເມຣິກາຈະເກັບພາສີ 25% - 40% ຕໍ່ຜະລິດຕະພັນທີ່ນຳເຂົ້າຈາກ 14 ປະເທດ ເຊັ່ນ: ຍີ່ປຸ່ນ, ສ ເກົາຫຼີ ແລະອື່ນໆ, ໃນນັ້ນ, ຈະເກັບພາສີ 32% ຕໍ່ຜະລິດຕະພັນທັງໝົດທີ່ນຳເຂົ້າຈາກອິນໂດເນເຊຍ, ເກັບພາສີ 35% ຕໍ່ຜະລິດຕະພັນທັງໝົດທີ່ນຳເຂົ້າຈາກບັງກລາເທດ ແລະ ແຊັກບີ, ເກັບພາສີ 36% ຕໍ່ຜະລິດຕະພັນທັງໝົດທີ່ນຳເຂົ້າຈາກກຳປູເຈຍ ແລະ ໄທ, ເກັບພາສີ 40% ຕໍ່ຜະລິດຕະພັນທັງໝົດທີ່ນຳເຂົ້າຈາກລາວ ແລະ ມຽນມາ.