ກຸ່ມບໍລິສັດທາງລົດໄຟຈີນສາຂາຄຸນໝິງຈຳກັດແຈ້ງໃຫ້ຮູ້ວ່າ, ນັບແຕ່ເປີດນຳໃຊ້ທາງລົດໄຟລາວ-ຈີນມາຮອດວັນທີ 7 ກໍລະກົດນີ້, ໄດ້ເປີດບໍລິການຖ້ຽວລົດໄຟໂດຍສານແລ້ວ 78.000 ຖ້ຽວ, ຂົນສົ່ງຜູ້ໂດຍສານຫຼາຍກວ່າ 55 ລ້ານເທື່ອຄົນ, ດຶງດູດຜູ້ໂດຍສານ 539.000 ກວ່າຄົນທີ່ມາຈາກ 110 ກວ່າປະເທດ ແລະ ເຂດແຄວ້ນເດີນທາງດ້ວຍລົດໄຟໂດຍສານຂ້າມປະເທດ, ໄດ້ເສີມຂະຫຍາຍບົດບາດອັນສຳຄັນເຂົ້າໃນການພັດທະນາເສດຖະກິດ ແລະ ການແລກປ່ຽນວັດທະນະທຳຂອງພາກພື້ນ.
ນັບແຕ່ຕົ້ນປີນີ້ມາ, ການເດີນທາງຂອງຜູ້ໂດຍສານຍັງມີຄວາມຕ້ອງການໃນລະດັບສູງ, ໄດ້ຂົນສົ່ງຜູ້ໂດຍສານລວມແລ້ວ 10,4 ລ້ານເທື່ອຄົນ, ໃນນັ້ນ ຢູ່ພາຍໃນດິນແດນປະເທດລາວໄດ້ຂົນສົ່ງຫຼາຍກວ່າ 2 ລ້ານເທື່ອຄົນ, ເພີ່ມຂຶ້ນຢ່າງຫຼວງຫຼາຍເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ. ຫຼັງຈາກເຂົ້າສູ່ໄລຍະພັກລະດູຮ້ອນເປັນຕົ້ນມາ, ພາກສ່ວນທາງລົດໄຟໄດ້ເປີດບໍລິການຖ້ຽວລົດໄຟໂດຍສານສະເລ່ຍ 80 ຖ້ຽວຂຶ້ນໄປຕໍ່ມື້ ເພື່ອຕອບສະໜອງຕາມຄວາມຕ້ອງການເດີນທາງຂອງຜູ້ໂດຍສານ, ໂດຍໄດ້ຂົນສົ່ງຜູ້ໂດຍສານປະມານ 60.000 ເທື່ອຄົນຕໍ່ມື້.