ວັນທີ 4 ກໍລະກົດນີ້, ກະຊວງກະສິກໍາ ປ່າໄມ້ ແລະ ການປະມົງກໍາປູເຈຍໄດ້ອອກແຈງການວ່າ: ກໍາປູເຈຍໄດ້ຮັບການອະນຸມັດຈາກອົງການພາສີແຫ່ງຊາດຈີນຢ່າງເປັນທາງການ, ໂດຍສາມາດສົ່ງອອກໝາກຖົ່ວລຽນສົດໄປຕະຫຼາດຈີນໂດຍກົງໄດ້ ໂດຍອີງຕາມອະນຸສັນຍາທີ່ສອງຝ່າຍໄດ້ລົງນາມໃນເດືອນເມສາປີ 2025.
ແຈ້ງການສະບັບດັ່ງກ່າວລະບຸວ່າ: ນອກຈາກໝາກຖົ່ວລຽນສົດແລ້ວ, ຜະລິດຕະພັນກະສິກໍາຕ່າງໆຂອງກໍາປູເຈຍ ເຊັ່ນ: ເຂົ້າສານ, ແຜ່ນມັນຕົ້ນແຫ້ງ, ສາລີ, ໝາກກ້ວຍ, ໝາກມ່ວງ ແລະ ໝາກພ້າວ ເປັນຕົ້ນກໍໄດ້ຮັບການອະນຸມັດໃຫ້ສົ່ງອອກໄປຕະຫຼາດຈີນໂດຍກົງເຊັ່ນດຽວກັນ, ເຊິ່ງຖືເປັນຜົນສໍາເລັດອັນອຸດົມສົມບູນຂອງການຮ່ວມມືລະຫວ່າງກໍາປູເຈຍ-ຈີນ.
ທັງນີ້, ກະຊວງກະສິກໍາ ປ່າໄມ້ ແລະ ການປະມົງກໍາປູເຈຍ ສົ່ງເສີມສວນ ແລະ ໂຮງງານຫຸ້ມຫໍ່ທີ່ຍັງບໍ່ທັນໄດ້ຈົດທະບຽນແຕ່ມີແຜນສົ່ງອອກນັ້ນ ໃຫ້ຍື່ນຄໍາຮ້ອງຕໍ່ກົມໃຫຍ່ກະສິກໍາກໍາປູເຈຍໂດຍໄວເທົ່າທີ່ຈະໄວໄດ້ ເພື່ອການປະເມີນທີ່ກ່ຽວຂ້ອງ.