ບໍລິສັດທາງລົດໄຟລາວ-ຈີນຈໍາກັດ ໄດ້ແຈ້ງໃຫ້ຮູ້ໃນຫວ່າງບໍ່ດົນມານີ້ວ່າ: ຈະທົດລອງເປີດນໍາໃຊ້ລະບົບເກັບເງິນຄ່າຈອດລົດແບບອັດຕະໂນມັດຢູ່ສະຖານີລົດໄຟນະຄອນຫຼວງວຽງຈັນໃນລະຫວ່າງເດືອນສິງຫາເຖິງເດືອນກັນຍາປີນີ້ ເພື່ອຍົກສູງຄວາມໂປ່ງໃສ ແລະ ປະສິດທິພາບໃນການຄຸ້ມຄອງການຈອດລົດຢູ່ສະຖານີລົດໄຟດັ່ງກ່າວ.
ປັດຈຸບັນ, ທາງລົດໄຟລາວ-ຈີນ ໄດ້ເປີດໃຫ້ບໍລິການຢູ່ 10 ສະຖານີແຕ່ນະຄອນຫຼວງວຽງຈັນຮອດບໍ່ເຕ່ນ, ໃນນັ້ນ ມີ 6 ສະຖານີໄດ້ເກັບເງິນຄ່າຈອດລົດໂດຍຜ່ານປະຕູທາງເຂົ້າ. ເຖິງວ່າສະຖານີລົດໄຟຕ່າງໆໄດ້ສະໜອງການບໍລິການຈອດລົດໂດຍບໍ່ເສຍຄ່າໃນເບື້ອງຕົ້ນກໍຕາມ, ແຕ່ພາຍຫຼັງເປີດໃຫ້ບໍລິການເປັນເວລາ 11 ເດືອນ, ບໍລິສັດທາງລົດໄຟລາວ-ຈີນໄດ້ນໍາໃຊ້ລະບຽບການເກັບເງິນຢ່າງເປັນທາງການ ເພື່ອປັບປຸງການຄຸ້ມຄອງການສັນຈອນໃຫ້ດີຂຶ້ນ ແລະ ເພີ່ມທະວີວຽກງານຄວາມປອດໄພ.
ນອກນີ້, ບໍລິສັດທາງລົດໄຟລາວ-ຈີນ ພວມພິຈາລະນາປັບຫຼຸດຄ່າຈອດລົດສໍາລັບລົດເກັງຈາກ 10.000 ກີບຕໍ່ຄັນຕໍ່ຄັ້ງໃນເມື່ອກ່ອນເປັນ 5.000 ກີບ, ແຕ່ແຜນການດັ່ງກ່າວຍັງບໍ່ທັນໄດ້ຮັບການອະນຸມັດໃນຂັ້ນຕອນສຸດທ້າຍເທື່ອ.