ຈີນ ມຽນ​ມາ ແລະ ໄທປາບ​ປາມ​ເຂດນ​ນິ​ຄົມຫຼອກ​ລວງ​ທາງ​ໂທ​ລະ​ຄົມ​ຢ່າງ​ຮອບ​ດ້ານ ສົ່ງ​ຄືນ 5.400 ກວ່າ​ຄົນ

CRI, July 7, 2025
Size:

ວັນທີ 4 ກໍລະກົດນີ້, ກອງປະຊຸມລະດັບກະຊວງຄັ້ງທີ 2 ລະຫວ່າງຈີນ ມຽນມາ ແລະ ໄທກ່ຽວກັບການປາບປາມອາດຊະຍາກຳຫຼອກລວງທາງໂທລະຄົມ ແລະ ອິນເຕີເນັດໄດ້ຈັດຂຶ້ນຢູ່ນະຄອນຫຼວງເນປີດໍປະເທດມຽນມາ. ໃນກອງປະຊຸມດັ່ງກ່າວ, ພາກສ່ວນທີ່ກ່ຽວຂ້ອງຈາກ 3 ປະເທດໄດ້ບັນລຸຄວາມເຫັນທີ່ເປັນເອກະພາບກັນຕ່າງໆກ່ຽວກັບການລົງເລິກການຮ່ວມມືດ້ານວຽກງານປ້ອງກັນຄວາມສະຫງົບ ແລະ ການປະຕິບັດກົດໝາຍ, ຈະສືບຕໍ່ຮ່ວມມືກັນປາບປາມອາຊະຍາກຳຫຼອກລວງທາງໂທລະຄົມ ແລະ ອິນເຕີເນັດຢູ່ເມຍວາດີ ແລະ ແຫ່ງອື່ນໆຢ່າງເຂັ້ມງວດ, ປາບປາມເຂດນິຄົມຫຼອກລວງທາງໂຄລະຄົມ ແລະ ອິນເຕີເນັດຢ່າງຮອບດ້ານ, ຈັບຜູ້ຕ້ອງຫາທີ່ກ່ຽວຂ້ອງກັບການຫຼອກລວງທັງໝົດ, ເດັດຂາດກຳຈັດພື້ນຖານແຫ່ງອາດຊະຍາກຳທີ່ກ່ຽວຂ້ອງກັບການຫຼອກລວງ, ປົກປ້ອງສິດຜົນປະໂຫຍດທີ່ຊອບດ້ວຍກົດໝາຍຂອງປະຊາຊົນໃນປະເທດຕ່າງໆຢ່າງແທ້ຈິງ.

ຕາມຂ່າວແຈ້ງວ່າ, ນັບແຕ່ຕົ້ນປີນີ້ມາ, ພາກສ່ວນທີ່ກ່ຽວຂ້ອງຂອງຈີນ ມຽນມາ ແລະ ໄທໄດ້ຮ່ວມມືກັນ ປາບປາມອາດຊະຍາກຳຫຼອກລວງທາງໂທລະຄົນ ແລະ ອິນເຕີເນັດຢູ່ເຂດເມຍວາດີຢ່າງແຂງແຮງ, ໄດ້ຈັບຕົວ ແລະ ສົ່ງຄືນຜູ້ຕ້ອງຫາທີ່ກ່ຽວຂ້ອງກັບການຫຼອກລວງຄົນສັນຊາດຈີນແບບລວມສູນ ຈຳນວນ 5.400 ກວ່າຄົນ, ເຊິ່ງຖືວ່າໄດ້ຮັບຜົນງານເປັນຢ່າງດີ.