6 ເດືອນ​ຕົ້ນ​ປີ​ນີ້ ກຳ​ປູ​ເຈຍ​ສົ່ງ​ອອກ​ເຂົ້າ​ສານ​ເພີ່ມຂຶ້ນຫຼາຍກວ່າ 14,5%

CRI, July 6, 2025
Size:

ບົດລາຍງານຫຼ້າສຸດທີ່ສະຫະພັນເຂົ້າສານກຳປູເຈຍປະກາດໃນວັນທີ 3 ກໍລະກົດນີ້ສະແດງໃຫ້ເຫັນວ່າ: ໃນ 6 ເດືອນຕົ້ນປີນີ້, ກຳປູເຈຍ ໄດ້ສົ່ງອອກເຂົ້າສານລວມທັງໝົດຫຼາຍກວ່າ 387.000 ໂຕນ, ຍອດມູນຄ່າການສົ່ງອອກບັນລຸ ເຖິງ 283 ລ້ານໂດລາສະຫະລັດ, ເພີ່ມຂຶ້ນຫຼາຍກວ່າ 14,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. 

ນອກນີ້,  ໃນ 6 ເດືອນຕົ້ນປີນີ້, ກຳປູເຈຍ ໄດ້ສົ່ງອອກເຂົ້າສານໄປຂາຍຢູ່ 63 ປະເທດ ແລະ ເຂດແຄວ້ນໃນທົ່ວໂລກ, ຍອດປະລິມານການສົ່ງອອກເພີ່ມຂຶ້ນຫຼາຍກວ່າ 14,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ຈີນ ແມ່ນໜຶ່ງໃນຕະຫຼາດການສົ່ງອອກເຂົ້າສານຕົ້ນຕໍຂອງກຳປູເຈຍ.

ອີງຕາມສະຖິຕິທາງການ, ນັບແຕ່ເດືອນມັງກອນຫາເດືອນມິຖຸນາປີນີ້, ກຳປູເຈຍໄດ້ສົ່ງອອກເຂົ້າສານໄປຈີນເຖິງ 102.500 ໂຕນ, ມູນຄ່າການສົ່ງອອກຫຼາຍກວ່າ 60 ລ້ານໂດລາສະຫະລັດ.