ນັບແຕ່ວັນທີ 2 ຫາວັນທີ 5 ກໍລະກົດນີ້, ກອງປະຊຸມໃຫຍ່ເສດຖະກິດດິຈີຕອນທົ່ວໂລກ 2025 ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ. ທ່ານລີວເວີຍລ້ຽງ ຮອງຫົວໜ້າກົມເສດຖະກິດ ແລະ ການຫັນເປັນຂໍ້ມູນຂ່າວສານປັກກິ່ງໄດ້ແຈ້ງໃຫ້ຮູ້ໃນກອງປະຊຸມຖະແຫຼງຂ່າວກ່ຽວກັບຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງນີ້ໃນວັນທີ 5 ກໍລະກົດນີ້ວ່າ: ໃນໄລຍະດຳເນີນກອງປະຊຸມ, ຄະນະນັກທຸລະກິດສາກົນກັບວິສາຫະກິດ ແລະ ເຂດເສດຖະກິດດິຈີຕອລປັກກິ່ງໄດ້ດຳເນີນການສົນທະນາຢ່າງເລິກເຊິ່ງກ່ຽວກັບການຮ່ວມມືທັງໝົດ 70 ກວ່າເທື່ອ ໂດຍໄດ້ຊຸກຍູ້ໂຄງການເປົ້າໝາຍໃນການຮ່ວມມືຫຼາຍກວ່າ 100 ໂຄງການ.
ພ້ອມກັນນັ້ນ, ກອງປະຊຸມໃຫຍ່ຍັງໄດ້ຈັດກອງປະຊຸມເຊື່ອມຕໍ່ການສະໜອງ ແລະ ຄວາມຕ້ອງການສະເພາະຂອງເອີຣົບ ແລະ ອາຊີຕາເວັນອອກສຽງໃຕ້ ພ້ອມທັງໄດ້ຈັດກິດຈະກຳແລກປ່ຽນສາກົນລະຫວ່າງລັດຖະບານ ແລະ ວິສາຫະກິດ 5 ເທື່ອ, ໄດ້ດຶງດູດວິສາຫະກິດຈີນ ແລະ ຕ່າງປະເທດເກືອບ 200 ແຫ່ງເຂົ້າຮ່ວມ ແລະ ໄດ້ຊຸກຍູ້ໃຫ້ບັນລຸໂຄງການຮ່ວມມືລະຫວ່າງຈີນກັບຕ່າງປະເທດ 10 ກວ່າໂຄງການ. ໃນກອງປະຊຸມດັ່ງກ່າວຍັງໄດ້ເຊັນສັນຍາຮ່ວມມື ແລະ ບົດບັນທຶກການຮ່ວມມື 16 ສະບັບ ເຊັ່ນ: ສະຫະພັນເສດຖະກິດດິຈີຕອລຈີນ ແລະອື່ນໆ.
ນອກຈາກນັ້ນ, ກອງປະຊຸມດັ່ງກ່າວຍັງໄດ້ຮັບຜົນສຳເລັດໃນດ້ານການຊຸກຍູ້ການຮ່ວມມື ແລະ ການປະສານງານໃນຂົງເຂດເສດຖະກິດດິຈີຕອລລະຫວ່າງຕົວເມືອງຫຼາຍແຫ່ງຂອງໂລກ. ຕົວຢ່າງ: ຕົວເມືອງ 40 ແຫ່ງໃນໂລກໄດ້ລິເລີ່ມສ້າງສະຫະພັນຕົວເມືອງເສດຖະກິດດິຈີຕອລທົ່ວໂລກ, ປະກາດ“ຂໍ້ລິເລີ່ມມິດຕະພາບດິຈີຕອລທົ່ວໂລກ” ແລະອື່ນໆ.
ແຫຼ່ງຂ່າວຈາກ: CGTN