ວັນທີ 2 ກໍລະກົດນີ້, ໂຄສົກກະຊວງການຕ່າງປະເທດຈີນປະກາດວ່າ: ໂດຍອີງຕາມການເຊື້ອເຊີນ, ທ່ານຫຼີສຽງ ນາຍົກລັດຖະມົນຕີຈີນຈະເດີນທາງໄປນະຄອນຣີໂອ ເດີ ຈາເນໂຣຂອງບຣາຊິນ ເພື່ອເຂົ້າຮ່ວມການພົບປະຄັ້ງທີ 17 ຂອງຜູ້ນຳປະເທດສະມາຊິກບຣິກສໃນລະຫວ່າງວັນທີ 5 ຫາ 8 ກໍລະກົດນີ້.
ອີງຕາມການເຊື້ອເຊີນຂອງທ່ານໂມສຕາຟາ ມັດບູລີ ນາຍົກລັດຖະມົນຕີເອຢິບ, ທ່ານຫຼີສຽງ ນາຍົກລັດຖະມົນຕີຈີນຈະເດີນທາງໄປຢ້ຽມຢາມເອຢິບທາງລັດຖະກິດໃນລະຫວ່າງວັນທີ 9 ຫາ 10 ກໍລະກົດນີ້.